( ພາບປະກອບ )
( vovworld ) - ວັນທີ 24/2, ກອງປະຊຸມ “ ບັນດາເພື່ອນມິດຂອງຊີຣີ ”ໄດ້ດຳເນີນໄປຢູ່ Tuyniz ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດກວ່າ 62 ທ່ານ, ໄດ້ອອກຖະແຫຼງການສຸດທ້າຍຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງໂດຍທັນທີ່ ແລະ ຍົກອອກບັນດາມາດຕະການລົງໂທດໃໝ່ທີ່ມີຕໍ່ອຳນາດການປົກຄອງຢູ່ຊີຣີ. ບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ເປັນເອກະພາບນຳກັນຮັບຮອງກຸ່ມຝ່າຍຄ້ານສະພາແຫ່ງຊາດຊີຣີ ( SNC ) ແມ່ນຜູ້ຕາງໜ້າຖືກຕ້ອງຕາມກົດໝາຍຂອງປະຊາຊົນຊີຣີ, ແຕ່ບໍ່ມອບໃຫ້ກຸ່ມດັ່ງກ່າວຄວາມຮັບຮູ້ຢ່າງຄົບຖ້ວນ. ທ່ານປະທານາທິບໍດີ Tuyniz Moncef Marzouki ໄດ້ຖືວ່າ ວິທີແກ້ໄຂດ້ານການເມືອງຄືຢູ່ Yemen ແມ່ນທິດທາງດຽວເພື່ອຢຸດຕິສະພາບຂາດຄວາມປອດໄພ ແລະ ມະນຸດສະທຳເຊິ່ງນັບນື້ນັບຊົ່ວຮ້າຍລົງຢູ່ຊີຣີ ແລະ ສະເໜີມອບສິດຍົກເວັ້ນການດຳເນີນຄະດີ ແລະ ຮັບອະນຸຍາດໄປອົບພະຍົບຢູ່ປະເທດອື່ນໆ, ຍ້ອນສາຍເຫດການເມືອງໃຫ້ທ່ານປະທານາທິບໍດີຊີຣີ Bachar Al Assad ພ້ອມກັບຄອບຄົວເພື່ອແລກເອົາເລື່ອງທ່ານ Assad ລາອອກຈາກຕຳແໜ່ງຂອງຕົນ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດຝຣັ່ງ Alain Juppe ໃຫ້ຮູ້ວ່າ, EU ຈະປິດລ້ອມຊັບຊົມບັດຂອງທະນາຄານສູນກາງຊີຣີ ໃນວາລະປະຊຸມຂອງກຸ່ມເຊິ່ງດຳເນີນໄປໃນວັນທີ 27/2 ທີ່ຈະມາເຖິງ.