ກອງປະຊຸມກ່ຽວກັບວຽກງານຮັບເອົາຄຳເຫັນປະຊາຊົນ ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ກອງປະຊຸມກ່ຽວກັບວຽກງານຮັບເອົາຄຳເຫັນປະຊາຊົນ ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ພາບປະກອບ

(vovworld) -ກອງ​ປະຊຸມ​ໂດຍ​ກົງ​ທາ​ງ​ເຄືອ​ຍຂ່າ​ຍອິນ​ເຕີ​ແນັດຂອງ​ລັດຖະບານ​ກັບ 63 ​ແຂວງ​ນະຄອນ ​ເພື່ອ​ສະຫລຸບ​ໝາກຜົນ​ໃນ​ເບື້ອງ​ຕົ້ນກ່ຽວ​ກັບ​ວຽກ​ງານ​ຮັບ​ເອົາ​ຄຳ​ເຫັນ​ຂອງປະຊາຊົນ​ໃສ່ຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 6/3 ຢູ່​ຮ່າ​ໂນ້ຍ. ຕາມ​ການ​ລາຍ​ງານ​ແລ້ວ, ມາ​ຮອດ​ປະຈຸ​ບັນ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆ​ໄດ້ຜັນ​ຂະຫຍາຍ​ການຈັດຕັ້ງຮັບ​ເອົາ​ຄຳ​ເຫັນ​​ໃສ່ຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງຢ່າງ​ເຂັ້ມງວດ, ​ເປີດ​ເຜີຍ, ມີ​ປະສິດທິ​ຜົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ເບິ່ງ​ລວມ​ແລ້ວ, ບັນດາ​ກະຊວງ, ຂະ​ແໜງ​ການ​ໄດ້​ປະຕິບັດການຮັບ​ເອົາ​ຄຳ​ເຫັນຢ່າງ​ເຂັ້ມງວດ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ. ລັດຖະບານ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ນ້ຳໃຈ​ເຮັດ​ວຽກ​ຢ່າງ​ເຂັ້ມງວດ​ຂອງ​ບັນດາ​ກະຊວງ, ຂະ​ແໜງການ, ທ້ອງ​ຖິ່ນ​ຕ່າງໆ:

   “ລັດຖະບານ​ຮຽກຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນ ຂະ​ແໜງ​ການ ຈົ່ງ​ລວບ​ລວມຄຳ​ເຫັນ​ຂອງ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ, ຊື່​ຕົງ. ​ໃນ​ບັນດາ​ບົດ​ລາຍ​ງານ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ທັດສະນະ, ການ​ຕີ​ລາຄາຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ. ຕ້ອງ​ຍາດ​ແຍ່ງ​ຄຳ​ເຫັນ​ປະກອບ​ຂອງ​ບັນດາ​ນັກວິທະຍາສາດ, ນັກ​ຄຸ້ມ​ຄອງ, ຜູ້​ຊ່ຽວຊານ​ເພື່ອ​ໃຫ້​ລັດຖະທຳ​ມະນູນ​ສະ​ແດງ​ໃຫ້​ເຫັນ​ບັນດາ​ບັນຫາ​ໃຫ່ຍຂອງ​ສັງຄົມ​ຢ່າງ​ຄົບ​ຖ້ວນ“.

ກ່ອນໜ້ານັ້ນ, ວັນ​ທີ 5/3, ຄະນະ​ກວດກາ​ຂອງ​ຄະນະ​ກຳມະການ​ຮຽບຮຽງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບ​ປຸງ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາ​ມ ຫງວຽນ​ທິຢວານ, ກຳມະການ​ຄະນະ​ກຳມະການ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ລົງ​ເຮັດ​ວຽກ​ກັບ​ແຂວງ ບັກ​ນິນ ກ່ຽວ​ກັບ​ວຽກ​ງານຜັນ​ຂະຫຍາຍ​ການ​ຈັດ​ຕັ້ງຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທ​​ດ ຫງວຽນ​ທິຢວານ ​ໄດ້​ຕັກ​ເຕືອນ​ແຂວງ​ຄວນ​ສືບ​ຕໍ່​ຈັດ​ຕັ້ງ​​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ກ່ຽວ​ກັບ​ບາງ​ບັນຫາ​ໃຫຍ່ ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວກົງຈັກ​ລັດ ​ແລະ ບາງ​ບັນຫາ​ໃໝ່.  ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ສະ​ເໜີ​​ໃຫ້ແຂວງ ບັກ​ນິນ ສືບ​ຕໍ່​ເພີ່ມ​ທະວີ​ການ​ຊີ້​ນຳ, ນຳພາ​ຂອງ​ຄະນະ​ພັກ​ຂັ້ນ​ຕ່າງໆຢ່າງ​ໃກ້ຊິດ, ​ໂຄສະນາ​ເຜິ​ຍ​ແຜ່​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ​ອີກ ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະກຳ​ແໜ້ນ ​ແລະ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ​ເຕົ້າ​ໂຮມ​ຄຳ​​ເຫັນ​ປະກອບຢ່າງ​ຄົບ​ຖ້ວນ, ຊັດ​ເຈນ​.

        ​ແລະ​ກໍ່​ໃນ​ວັນ​ທີ 5/3, ຄະນະ​ປະຕິ​ບັດ​ງານ​ຂອງ​ຄະນະ​ກຳມະການ​ຮຽບຮຽງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໂດຍ​ທ່ານ ຟານ​ຈູ​ງຫຼີ, ກຳມະການ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ​ເປັນ​ຫົວໜ້າ​ຄະນະ​ໄດ້​ລົງ​​ເຮັດ​ວຽກ​ກັບ​ແຂວງ ​ເຫ​ງ້ອານ ​ເພື່ອກວດກາວຽກ​ງານ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທີ່​ການ​ເຮັດ​ວຽກ, ຄະນະ​ກວດກາ​ໄດ້​ຮັບ​ຮູ້​ບັນດາ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ຂອງ​ແຂວງ ​ເຫ​ງ້ອານ ​ໃນ​ການ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​, ຮັບ​ປະກັນ​ສ່ອງ​ແສງບັນດາ​ຄຳ​ເຫັນ​ປະກອບ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢ່າງ​ຖືກຕ້ອງ, ພາວະ​ວິ​ໄສ, ຄົບ​ຖ້ວນ ​ແລະ ມີ​ຄຸ​ນນະພາ​ບ.

 

 

ຂ່າວ/ບົດ​ອື່ນ