ກອງປະຊຸມກ່ຽວກັບວຽກງານໂຄສະນາໃນໝູ່ປະຊາຊົນຊົນເຜົ່າ

ກອງປະຊຸມກ່ຽວກັບວຽກງານໂຄສະນາໃນໝູ່ປະຊາຊົນຊົນເຜົ່າ - ảnh 1

ສະພາບ​ກອງ​ປະຊຸມ

(ພາບ:dongthaponline)

ກອງ​ປະຊຸມ​ຜັນ​ຂະຫຍາຍ​ແຜນການ ​ແລະ ​ຝຶກ​ອົບຮົມນັກ​ປະ​ຖັກ​ກະຖາ​ກ່ຽວ​ກັບວຽກ​ງານ​ໂຄສະນາ​ໃນ​ໝູ່ປະຊາຊົນ​ຊົນ​ເຜົ່າ-​ສາສະໜາ​ເຂດ​ຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້ ຫວຽດນາມ​ປີ 2012​ໄດ້​ດຳ​ເນີນ​ໄປ​ຢູ່​ນະຄອນ​ເກີນ​ເທີ ​ເມື່ອ​ວັນ​ທີ 16/2. ກອງ​ປະຊຸມ​ເພື່ອ​ແນ​ໃສ່​ຍົກ​ສູງ​​ຄວາມ​ຮັບ​ຮູ້​ໃນ​ໝູ່​ປະຊາຊົນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ຜູ້​ມີຍົດ​ຖາ​ບັນດາສັກ, ພະສົງ​ສາມະ​ເນນສາສະໜາ​ຕ່າງໆ​ກ່ຽວ​ກັບ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກົ​ດໝາຍ​ຂອງ​ລັດ ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ຊົນ​ຊາ​ດຊົນ​ເຜົ່າ, ສາສະໜາ. ​ໃນ​ນັ້ນ​ຖື​ເນື້ອ​ໃນ​ສຶກສາ​ອົບຮົມ​ມູນ​ເຊື້ອ​ການ​ປະຕິວັດ, ​ພາບພົດ​ອັນ​ສວຍ​ງາມ​ໃນ​ໝູ່​ປະຊາຊົນ​ຊົນ​ເຜົ່າ ​ແລະ​ພະສົງ​ສາມະ​ເນນ​ເປັນ​ຈຸດ​ສຸມ​ໃນ​ການ​ໂຄສະນາ. ພ້ອມ​ທັງ​ມີ​ຄວາມ​ລະມັດລະວັງ​ຕໍ່​ກົນອຸບາຍ, ​ເຈດ​ຕະນາມ້າງ​ເພລາຍຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ ຊື່​ງ​ໄດ້​ສວຍ​ໃຊ້​ບັນຫາ​ສາສະໜາ​ເພື່ອ​​ເສກ​ສັນ​ປັ້ນ​ແຕ່ງ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດ, ​ແບ່ງ​​ແຍກ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບທາງ​ສັງຄົມ, ລະ​ເມີດ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ.

    ປີ 2012, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ທາງ​ພາກ​​ໃຕ້ຫວຽດນາມ ​ໄດ້​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ໃນ​ຫຼາຍ​ຮູບ​ການ ​ເພື່ອ​ແນ​ໃສ່​ບັນລຸ​ປະສິດທິຜົນ​ສູງ​ຄື: ​ໂຄສະນາ​ປາກ​ຕໍ່ປາກ, ​ຜ່ານບັນດາ​ພາຫະນະ​ສື່​ມວນ​ຊົນ, ສົມທົບ​ກັບ​ການ​ເຄື​ອ່ນ​ໄຫວ​ວັດທະນະທຳ, ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ບໍລະ​ເວນ​ມີ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ-​ສາສະໜາ​ເປັນ​ຈຳນວນ​ຫຼວງ​ຫຼາຍ….​ພ້ອມ​ກັບ​ບັນດາ​ຂໍ້​ສະ​ເໜີ​​ເພື່ອ​ໃຫ້ການ​ໂຄສະນາ​ໃນ​ປີ 2012 ​ເຂົ້າສູ່​ລວງ​ເລິກ, ບັນລຸ​ໝາກຜົນ​ສູງ. ພາຍຫຼັງ​ກອງ​ປະຊຸມ, ຄະນະ​ປະຈຳ​ຄະນະ​ຊີ້​ນຳເຂດ​ຕາ​ເວັນ​ຕົກ​ທາງ​ພາກ​​ໃຕ້ຫວຽດນາມ ສືບ​ຕໍ່​ສ້າງ, ​ເພີ່ມ​ເຕີມ​ແຜນການ​ລະອຽດ, ປະກອບສ່ວນ​ຫັນປ່ຽນ​ຄວາມ​ຮັບ​ຮູ້, ຮັກສາ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ການ​ເມືອງ​ໃນ​ເຂດໃຫ້​ໝັ້ນຄົງ. ຕາ​ມແຜນການ​ແລ້ວ, ການ​ໂຄສະນາ​ຈະ​ແກ່ຍາວ​ແຕ່​ນີ້​ຮອດ​ເດືອນ 10/2012.
ຂ່າວ/ບົດ​ອື່ນ