ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 20 ປີແຫ່ງການຄົວພັນ ຄູ່ເຈລະຈາອາຊຽນ - ອີນເດຍ

ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 20 ປີແຫ່ງການຄົວພັນ ຄູ່ເຈລະຈາອາຊຽນ - ອີນເດຍ - ảnh 1
ຄະນະກອງ​ປະຊຸມ​ຂັ້ນ​ສູງ​ສະ​ເຫຼີ​ມສະຫຼອງ 20 ປີ​
ແຫ່ງ​ການ​ພົວ​ພັນ​ຄູ່ເຈລະຈາລະຫວ່າງ​ອາ​ຊຽນ - ອີນ​ເດຍ
(ພາບ: TTXVN)


(vovworld) -     ຕອນບ່າຍ​ວັນ​ທີ 20/12, ຢູ່​ນະຄອນ​ຫຼວງ New Delhi, ປະ​ເທດອີນ​ເດຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ​ໄດ້​ເຂົ້າ​ຮ່ວມ​ວາລະປະຊຸມ​ຄົບ​ຄະນະກອງ​ປະຊຸມ​ຂັ້ນ​ສູງ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ພົວ​ພັນ​ຄູ່ເຈລະຈາລະຫວ່າງ​ອາ​ຊຽນ - ອີນ​ເດຍ. ດ້ວຍ​ຫົວ​ຂໍ້​ວ່າ “ຄູ່​ຮ່ວມ​ມື​ອາ​ຊຽນ - ອີນ​ເດຍ ​ເພື່ອ​ສັນຕິພາບ ​ແລະ ວັດທະນະ​ຖາວອນ​ລວມ” ບັນດາ​ການ​ນຳອາ​ຊຽນ ​ແລະ ອີນ​ເດຍ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ສຳຄັນ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ອາ​ຊຽນ - ອີນ​ເດຍ ຜ່ານ​ໄລຍະ 20 ປີ, ​ເຊິ່ງ​ໄດ້ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງບັນດາ​ປະ​ເທດ​ອາ​ຊຽນ - ອີນ​ເດຍ, ກໍ​ຄື​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຢູ່​ພາກ​ພື້ນ. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ວິ​ໄສ​ທັດ, ຍົກ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ - ອີ​ນເດຍ ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ​ໄດ້​ວາງ​ອອກ​ບັນດາທິດ​ທາງ​ໃຫຍ່​ໃຫ້​ແກ່​ການ​ພັດທະນາ​ສາຍ​ພົວພັນ, ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື​: ການ​ເມືອງ - ປ້ອງ​ກັນ​ຊາດປ້ອງ​ກັນຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ -ສັງຄົມ ​ແລະ ຮ່ວມ​ມື​ພັດທະນາ ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ຄົບ​ຖ້ວນ, ປະຕິບັດ​ການ​ດຳ​ເນີນ​ງານ​ອາ​ຊຽນ - ອີນ​ເດຍ ​ໄລຍະ 2010 – 2015, ໜູນ​ຊ່ວຍ ​ແລະ ຮ່ວມ​ມື​ກັບອາ​ຊຽນ ສ້າງ​ປະຊາ​ຄົມ​ອາ​ຊຽນ​​ໃຫ້​ສຳ​ເລັດ​ຜົນໃນ​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸ້ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ຍຸດ​ທະ​ສາດ​​ການ​ພົວພັນ​ຄູ່​ຮ່ວມ​ມື​ອາ​ຊຽນ - ອີນ​ເດຍ ທີ່​ມີ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ຢືນຢັນ​ວ່າ ຫວຽດນາມ ຕັ້ງໜ້າ​ປະກອບສ່ວນ​​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ - ອີນ​ເດຍ ​ໃຫ້​ພັດທະນາ​ຢ່າງ​​ແຂງແຮງ ​ແລະ ​ແທດ​ຈິງ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ສະ​ເໜີ​ໃຫ້​ອາ​ຊຽນ ​ແລະ ອີນ​ເດຍ ​ໃຫ້​ບຸລິມະສິດ​ແກ່​ການຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ເມືອງ - ປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ; ຫວັງ​ວ່າ ອີນ​ເດຍ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ອາ​ຊຽນຢ່າງ​​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ, ​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ ​ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ບັນດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ​​ໃນ​ປະຈຸ​ບັນ​, ສ້າງບັນດາ​ມາດຖານ ​ແລະ ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍຕໍ່​ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ, ​ເພື່ອ​ສັນຕິພາບ, ຄວາມ​ກ້າວໜ້າ ​ແລະ ວັດທະນາ​ຖາວອນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ