ກອງປະຊຸມຂັ້ນສູງອາຊຽນ-ອາເມລິກາມີລັກສະນະປຶກສາຫາລືຍຸດທະສາດ

ກອງປະຊຸມຂັ້ນສູງອາຊຽນ-ອາເມລິກາມີລັກສະນະປຶກສາຫາລືຍຸດທະສາດ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 22/01 ທ່ານ Daniel Russel ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ​ບັນຫາ ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ​ລະຫວ່າງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ບັນດາ​ການ​ນຳ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ຄາດ​ຄະ​ເນ​ວ່າ ຈະ​ດຳ​ເນີນຢູ່ ອາ​ເມ​ລິ​ກາ ​ໃນ​ເດືອນ​ໜ້າ ຈະ​ແມ​່ນ “ການ​ປຶກສາ​ຫາລື​ຍຸດ​ທະ​ສາດ” ດ້ວຍ​ຈຸດ​ສຸມ​ແມ່ນ​ຊຸກຍູ້​ການ​ປ່ຽນ​ໃໝ່ ​ແລະ ການດຳ​ເນີນ​ທຸລະ​ກິດ​ຢູ່​ແລວ​ປາຊີ​ຟິກ. ທ່ານ Russel ​ເນັ້ນ​ໜັກວ່າ ຢູ່​ກອງ​ປະຊຸມ​ຂັ້ນ​ສູງ​ຈະ​ມາ​ເຖິງ “ບັນດາ​ການ​ນຳ​ຈະ​ປຶກສາ​ຫາລື​ວິທີ​​ຊຸກຍູ້​ການ​ເຊື່ອມ​ໂຍງ​ໃນ​ຂອບເຂດ​ປະຊາ​ຄົມ ອາ​ຊຽນ ​ໃໝ່, ​ເຕື້ອງ​ເຖິງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ ກໍ່​ຄື​ວິທີ​ການ​ຮ່ວມ​ມື ​ເພື່ອ​ຊຸກຍູ້​ການ​ປ່ຽນ​ໃໝ່ ​ແລະ ຈິດ​ໃຈດຳ​ເນີນ​ທຸລະ​ກິດ, ບັນດາ​ຂົງ​ເຂດ ອາດ​ຈະ​ນຳ​ມາ​ໃຫ້​ກາລະ​ໂອກາດ ​ແລະ ຄວາມ​ວັດທະນາ​ຖາວອນ​ໃຫ້​ແກ່​​ແລວປາຊີ​ຟິກ”. ຕາມ​ທ່ານ Russel ​ແລ້ວ, ຮູບ​ການ​ຂອງ​ກອງ​ປະຊຸມ​ຄື​ດັ່ງກ່າວ ​ສ່ອງ​ແສງ​ໃຫ້​ເຫັນ “ການ​ພົວພັນ​ສ່ວນ​ຕົວ​ຢ່າງ​ແຮງ​ເຊິ່ງ​ທ່ານ​ປະທານາທິບໍດີ Obama ​ ​ໄດ້​​ສ້າງຂຶ້ນ​ສຳລັບກາ​ນນຳ​ແຕ່ລະຄົນ” ຂອງ ອາ​ຊຽນ ​ແລະ ນີ້​ແມ່ນ​ໝາກຜົນ​​ແຫ່ງຄວາມ​ມານະ​ຍາ​ຍາມບື​ນຕົວ​​ເຂົ້າສູ່ ອາຊີ ຂອງທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ