(vovworld) – ຕອນເຊົ້າວັນທີ 22/5, ຢູ່ ຮ່າໂນ້ຍ, ສະມາຄົມຊາວກະສິກອນຫວຽດນາມ ຈັດຕັ້ງກອງປະຊຸມຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 12 (ຊຸດທີ 5). ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ລົງຄະແນນສຽງ, ຮັບຮອງເອົາແຜນຮ່າງບຸກຄະນະກອນຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ 6 ອາຍຸການ 2013 – 2018 ລວມມີສະມາຊິກ 125 ທ່ານ. ທ່ານ ຫງວຽນກວກເກື່ອງ, ປະທານຄະນະກຳມະການສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ 5, ໃຫ້ຮູ້ວ່າ:
“ເລື່ອງແນະນຳພະນັກງານເພື່ອເລືອກຕັ້ງເຂົ້າຄະນະບໍລິຫານງານຊຸດທີ 6 ແມ່ນວຽກງານສຳຄັນ, ມີຄວາມໝາຍຕັດສິນເຖິງຜົນສຳເລັດຂອງກອງປະຊຸມໃຫຍ່ ແລະ ການເຄື່ອນໄຫວທັງໝົດຂອງສະມາຄົມໃນອາຍຸການຈະມາເຖິງ. ດັ່ງນັ້ນ, ຕ້ອງສະເໜີບັນດາຜູ້ແທນທີ່ເໝາະສົມ, ມີຄວາມສາມາດ, ລະດັບຄວາມຮູ້, ຄຸນສົມບັດຢ່າງພຽງພໍ ເພື່ອເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ 6”