ກອງປະຊຸມຄັ້ງທີ 7 ກຳມາທິການຮຽບ ຮຽງຮ່າງລັດຖະທຳມະນູນປີ 1992 ສະປັບປັບປຸງ

ກອງປະຊຸມຄັ້ງທີ 7 ກຳມາທິການຮຽບ ຮຽງຮ່າງລັດຖະທຳມະນູນປີ 1992 ສະປັບປັບປຸງ  - ảnh 1

ກອງ​ປະຊຸມ​ຄັ້ງ​ທີ 7 ກຳມາ​ທິການ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະ​ປັບ​ປັບປຸງ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 10/8, ຢູ່ ຮ່າ​ໂນ້ຍ, ກຳມາ​ທິການ​ຮຽບຮຽງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້ຈັດ​ກອງ​ປະຊຸມ​ຄັ້ງ​ທີ 7 ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບປັບປຸງ ບົນ​ພື້ນຖານ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ບັນດາ​ສະມາຊິກ​ສະ​ພາ​ແຫ່ງ​ຊາດ ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຜ່ານ​ມາ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ, ປະທານ​ກຳມາ​ທິການຮຽບຮຽງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ​ເນັ້ນ​ໜັກ​ວ່າ ຕ້ອງ​ມີ​ລັດຖະທຳ​ມະນູນ​ສະບັບ​ສົມບູນ, ຖື​ກກັບ​ຄວາມ​ຄືບ​ໜ້າ​ທີ່​ໄດ້​ວາງ​ອອກ, ຕອບ​ສະໜອງ​ຄວາມ​ມຸ້ງ​ຫວັງ​​ຂອງ​ປະ​ຊາ​ຊົນ.

“ຄວາມ​ຕັດສິນ​ໃຈ​ທາງ​ດ້ານ​ການ​ເມືອງ​ຂອງ​ພວກ​ເຮົາ​ແມ່ນ​ຮອດ​ເດືອນ 10 ຕ້ອງ​ຮັບຮອງ​ເອົາ. ​ແຕ່​ນີ້​ຮອດ​ເດືອນ 9 ຍັງ​ຄົງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ. ນີ້​ແມ່ນ​ໄລຍະ​ສຸດ​ທ້າຍ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ສະມາ​ຊິກ​ກຳມາ​ທິການ​ແຕ່ລະຄົນ​ຕ້ອງ​ສະຫງວນ​​ເວລາ​ເພື່ອ​ສ້າງ​ລັດຖະທຳ​ມະນູນ​ໃຫ້​ສຳ​ເລັດ. ຂ້າພະ​ເຈົ້າ​ຫວັງ​ວ່າ ​ເມື່ອ​ຍື່ນ​ສະ​ເໜີ​ຕໍ່​ສູນ​ກາງ​ຈະ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ, ກົມ​ການ​ເມືອງ, ສະພາ​​ແຫ່ງຊາດ​ຈະ​ເຫັນ​ດີ​ເປັນ​ເອກະ​ສັນ​ສູງ. ນັ້ນ​ແມ່ນ​ເຈດ​ຈຳນົງ​ຂອງ​ສະພາ​ແຫ່ງ​ຊາດ, ຂອງ​ປະຊາຊົນ. ສະພາ​ແຫ່ງ​ຊາດ​​ໄດ້​ຕັ້ງໜ້າ, ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ, ​ເຮັດ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ລວມສຸມ​ປະຊາທິປະ​ໄຕ, ສະ​​ແດງ​ເຈດ​ຈຳນົງ​ຂອງ​ປະຊາຊົນ”

​ໂດຍ​ພື້ນຖານ, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້ຮັບຄຳ​ເຫັນ​ປະກອບ​, ປັບປຸງ, ​ເພີ່ມ​ເຕີມກ່ຽວ​ກັບ​ ພາກ, ມາດຕາ, ​ເນື້ອ​ໃນທັງ​ໝົດ​ຢ່າງ​ລະອຽດ. ມາ​ຮອດ​ຈຸດ​ເວລາ​ຍັງ​ມີ 2 ກຸ່ມ​ບັນຫາ​ໃຫຍ່​ຕ້ອງ​ໄດ້​ຮັບ​ການ​ພິຈາລະນາ, ປຶກສາ​ຫາລື ຕື່ມ​ອີກ ນັ້ນ​ແມ່ນ​ບັນຫາ​ກ່ຽວ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ​ແລະ ສະພາປົກ​ປ້ອງ​ລັດຖະທຳ​ມະນູນ.

 



ຂ່າວ/ບົດ​ອື່ນ