ກອງປະຊຸມຄັ້ງທີ 8 ຂອງກຳມາທິການຍຸຕິທຳສະພາແຫ່ງຊາດ

(VOVWORLD) - ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ), ບັນດາຜູ້ແທນໄດ້ຕີລາຄາຮ່າງກົດໝາຍໄດ້ຮັບການປັບປຸງເພື່ອຫັນເປັນລະບອບບັນດາທັດສະນະການຊີ້ນຳ, ທິດທາງຂອງພັກໃນການສ້າງກົດໝາຍ...

ກອງປະຊຸມຄັ້ງທີ 8 ຂອງກຳມາທິການຍຸຕິທຳສະພາແຫ່ງຊາດ - ảnh 1 ທ່ານນາງ ເລທິງາ, ຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ

(ພາບ:Phương Hoa/TTXVN)

ຕອນເຊົ້າວັນທີ 5 ມີນາ, ທີ່ຫໍປະຊຸມສະພາແຫ່ງຊາດ, ກຳມາທິການຍຸຕິທຳຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 8. ທີ່ກອງປະຊຸມຄັ້ງນີ້, ກຳມາທິການໄດ້ກວດກາກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານເສດຖະກິດພິເສດ.

        ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ), ບັນດາຜູ້ແທນໄດ້ຕີລາຄາຮ່າງກົດໝາຍໄດ້ຮັບການປັບປຸງເພື່ອຫັນເປັນລະບອບກົດໝາຍບັນດາທັດສະນະການຊີ້ນຳ, ທິດທາງຂອງພັກໃນການສ້າງກົດໝາຍ, ຕິດຕາມໝາກຜົນການສະຫລຸບ 10 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ມີຫຼາຍຂໍ້ກຳນົດໄດ້ຮັບການປັບປຸງ ເພື່ອແນໃສ່ຮັບປະກັນລັກສະນະເປັນໄປໄດ້, ເໝາະສົມກັບພຶດຕິກຳຕົວຈິງ, ຄົບຊຸດກັບລະບົບກົດໝາຍພວມປະກາດໃຊ້.

ຕອບກັບ

ຂ່າວ/ບົດ​ອື່ນ