ກອງປະຊຸມຄັ້ງທີ 8 ຄະນະຮຽບຮຽງຮ່າງລັດຖະທຳມະນູນ 1992 ສະບັບປັບປຸງ

ກອງປະຊຸມຄັ້ງທີ 8 ຄະນະຮຽບຮຽງຮ່າງລັດຖະທຳມະນູນ 1992 ສະບັບປັບປຸງ  - ảnh 1
ພາບປະກອບ

(vovworld) – ວັນ​ທີ 25/7, ຢູ່ ຮ່າ​ໂນ້ຍ​ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ຮຽບຮຽງ​ຮ່າງ​ລັດຖະທົມະນູນ​ປີ 1992 ສະບັບ​ປັບ​ປຸງ. ທີ່​ກອງ​ປະຊຸມ, ຄະນະ​ຮຽບຮຽງ ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຮັບ​ເອົາ​ຄຳ​ເຫັນ, ປັບປຸງ​ຮ່າງ​ລັດຖະທຳ​ມະນູນ ປີ 1992 ຕາມ​ຄຳ​ເຫັນ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ທີ່​ກອງ​ປະຊຸ​ມສະ​ໄໝ​ສາມັນ​ເທື່ອ​ທີ 5, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ກ່າວ​ຄຳ​ເຫັນ​ໂດຍ​ຊີ້​ແຈ້ງວ່າ: ທີ່ກອງ​ປະຊຸ​ມສະ​ໄໝ​ສາມັນ​ເທື່ອ​ທີ 5, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ບັນດາ ສສຊ  ​ໄດ້​ປະກອບ​ຄຳ​​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ພາຍຫຼັງ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ. ບັນດາ ສສຊ ​ໄດ້​​ເປັນ​ເອກະ​ພາບ​ກັນ​ໂດຍ​ພື້ນຖານ​ບັນດາ​ບັນຫາ​ໃຫຍ່​ມີ​ລັກສະນະ​ຫຼັກການ, ​ທາດ​ແທ້​ກ່ຽວ​ກັບ​ລະບົບ​ການ​ເມືອງ, ລະບອບ​ລັດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜ່ານ​ການ​ປຶກສາ​ຫາລື, ຍັງ​ຄົງ​ມີ​ບັນດາ​ຄຳ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ພາກ​ສ່ວນ​ເສດຖະກິດ, ຢັ້ງຢືນ​ທີ່​ຕັ້ງ, ບົດບາດ​ຂອງ​ພາກສ່ວນ​ເສດຖະກິດ​ໃນ​ຮ່າງ​ລັດຖະທຳ​ມະນູນ ປີ 1992, ບັນຫາ​ກ່ຽວ​ກັບ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ.​​..​.​ ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ສະ​ເໜີ​ໃຫ້​ຄະນະ​ຮຽບຮຽງຮ່າງ​ລັດຖະທົມະນູນ​ປີ 1992 ສະບັບ​ປັບ​ປຸງສືບ​ຕໍ່​ປຶກສາ​ຫາລື, ຄົ້ນ​ຄ້ວາ​ເພື່ອ​ມີ​ວິທີ​ເໝາະ​ສົມ​ທີ່​ສຸດ​ເພື່ອ​ຢື່ນສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ.

 

ຂ່າວ/ບົດ​ອື່ນ