ກອງປະຊຸມຄັ້ງທີ3ຄະນະກຳມະການການຄ້າປະສົມຫວຽດນາມ-ອາຟະລິກາໃຕ້

ກອງປະຊຸມຄັ້ງທີ3ຄະນະກຳມະການການຄ້າປະສົມຫວຽດນາມ-ອາຟະລິກາໃຕ້ - ảnh 1
(ກອງປະຊຸມຄັ້ງທີ3ຄະນະກຳມະການ
ການຄ້າປະສົມຫວຽດນາມ-ອາຟະລິກາໃຕ້)

(vovworld) - ​ໃນ​ລະ​ຫວ່າງ​ວັນ​ທີ 06 - 10/06, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ໂດ້​ທັ໋ງ​ຫາຍ ໄດ້​ນຳ​ໜ້າ​ຄະ​ນະ​ປະ​ຕ​ິ​ບັດ​ງານ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 3 ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ປະ​ສົມ​ຫວຽດ​ນາມ - ອາ​ຟ​ະ​ລິ​ກາ​ໃຕ້ ຢູ່​ນະ​ຄອນ​ຫຼວງ Pretoria. ທີ່ກອງ​ປະ​ຊຸມ, 2 ຝ່າຍ​ໄດ້​​ສຳ​ຫຼວດກວດ​ຄືນ​ສະ​ພາບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ 2 ຝ່າຍ​ນັບ​ແຕ່ກອງ​ປະ​ຊຸມ​ຄັ້ງ​ທີ 2 ເຊິ່ງ​​ຖືກ​ຈັດ​ຢູ່​​ຮ່າ​ໂນ້ຍ ເມື່ອ​ປີ 2008 ແລະ ຮັບ​ຮອງ​ບາດ​ກ້າວ​ພັດ​ທະ​ນາ​ພໍ​ສົມ​ຄວນ​ໃນ​ວົງ​ເງິນ​ການ​ຄ້າ 2 ຝ່າຍ, ​ບັນ​ລຸໄດ້ 1,15 ຕື້ USD ໃນ​ປີ 2015. 2 ຝ່າຍ​ໄດ້​ເຫັນ​ດີ​​ເປັນ​ເອ​ກະ​ພາບຈະ​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃຫ້​​ຂຶ້ນ​ເຖິງ​ລະ​ດັບ 3 ຕື້ USD ໃນ​ປີ 2020. ເພ​ື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ - ອາ​ຟະ​ລິ​ກາ ກວ່າ​ອີກ, ທ່ານຮອງ​ລັດ​ຖະ​ມົນ​ຕີ​ ໂດ້​ທັ໋ງ​ຫາຍ ສະ​ເໜີ​ກຸ່ມ​ມ​າດ​ຕະ​ການ​ແກ້​ໄຂ​ຈຸດ​ສຸມ​ລວມ​ມີ: ຍູ້​ແຮງ​ການ​ຫັນ​ດ້ານ​ກາ​ນ​ຄ້າ​ເປັນ​ເສ​ລີ, ​ຈຳ​ກັດ​ການນ​ຳ​ໃຊ້​ບັນ​ດາ​ຮົ້ວ​ກີດ​ຂວ​າງ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ; ເພີ່ມ​ທະ​ວີ​ການ​ສົ່ງ​ເສີມ​ດ້ານ​​ການ​ຄ້າ, ແລກ​ປ່ຽນຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ… ຢູ່​ແຕ່​ລະ​ປະ​ເທດ. ທ່ານຮອງ​ລັດ​ຖະ​ມົນ​ຕີ​ ໂດ້​ທັ໋ງ​ຫາຍ ກໍ​ສະ​ເໜີ​ເລື່ອງ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ລະ​ຫວ່າງ​ກົມ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ຫວຽດ​ນາມ ແລະ ກົ​ມ​ການ​ຄ້າ ແລະ ການ​ລົງ​ທຶນ​ອາ​ຟ​ະ​ລິ​ກາ​ໃຕ້, ຄຽງ​ຂ້າງນັ້ນ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ຈຸດ​ທີ່​ພົ້ນ​ເດັ່ນ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ເລື່ອງ ຫວຽດ​ນາມ ໄດ້​ເປັນ​ເຈ​ົ້າ​ການ​ສະ​ເໜີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ.

        ສ່ວນ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ອາ​ຟະ​ລິ​ກາ​ໃຕ້ Mzwandile Masina ໄດ້​ເຫັນ​ດີ​​ຕໍ່​ບັນ​ດາ​ຂໍ້​ສະ​ເໜີ​ດັ່ງ​ກ່າວ, ພ້ອມ​ທັງ​ສະ​ເໝີ​ໃຫ້​ຝ່າຍ​ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດ​າ​ຜະ​ລິດ​ຕະ​ພັນ​ກະ​ເສດ ແລະ ສະ​ບຽງ​ອາ​ຫານ​ຂອງ​ອາ​ຟ​ະ​ລິ​ກາ​ໃຕ້ ທີ່​ບັນ​ລຸ​ມາດ​ຕະ​ຖານ​ສາ​ກົນ ​ໄດ້ສົ່ງ​​ອອກ​ເຂົ້າຕະ​ຫຼາດ​ຫວຽດ​ນາມ. ທ່ານ Masina ກໍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ລົງ​ທຶນ​​ເຂົ້າ​ອາ​ຟະ​ລິ​ກາ​ໃຕ້.

ຂ່າວ/ບົດ​ອື່ນ