ກອງປະຊຸມຄັ້ງທີ3ເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານຫວຽດນາມ-ອາຟຼິກາໃຕ້
ກອງປະຊຸມຄັ້ງທີ3ເວທີປາໄສຄູ່ຮ່ວມມື
ລະຫວ່າງລັດຖະບານຫວຽດນາມ-ອາຟຼິກາໃຕ້
(ພາບ: vietnamplus.vn)
(vovworld)- ໃນວັນທີ 18-19/6 ຢູ່ ຮ່າໂນ້ຍ, ທ່ານ ຫວູຮົ່ງນາມ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Nomaindiya Mfeketo, ລັດຖະມົນຕີຊ່ວຍວ່າການກະຊວງຮ່ວມມື ແລະ ພົວພັນສາກົນ ອາຟຼິກາໃຕ້ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານ ຫວຽດນາມ -ອາຟຼິກາໃຕ້ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ວິທະຍາສາດເຕັກນິກ ແລະວັດທະນະທຳ. ໃນຂອບເຂດເວທີປາໄສ, ສອງຝ່າຍໄດ້ສຳຫລວດກວດຄືນສະພາບການຮ່ວມມືສອງຝ່າຍໃນຊຸມປີຜ່ານມາ ແລະ ປຶກສາຫາລືບັນດາມາດຕະການນຳການຮ່ວມມືລະຫວ່າງສອງປະເທດເຂົ້າສູ່ແທດຈິງ, ສົມກັບຂອບເຂດການພົວພັນຮ່ວມມື “ຄູ່ຮ່ວມມືເພື່ອການຮ່ວມມືໃນທຸກຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຕຸລາການ, ການຄ້າ, ກະສິກຳ, ສິ່ງແວດລ້ອມ, ວິທະຍາສາດເຕັກນິກ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ. ນອກນັ້ນ, ສອງຝ່າຍເປັນເອກະພາບນຳກັນສຳເລັດບັນດາການເຈລະຈາ ແລະ ລະບຽບການກ່ຽວຂ້ອງເພື່ອລົງນາມໃນບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດ: ການປ້ອງກັນຄວາມສະຫງົບ, ຕຸລາການ, ບໍ່ແຮ່, ປ່າໄມ້ ໃນໄລຍະຈະມາເຖິງ.