ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດທີ XVI ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 6 ເມ​ສາ

(VOVWORLD) - ຢູ່ວາລະໄຂກອງປະຊຸມຄັ້ງທີ 55, ທີ່ໄດ້ດຳເນີນໃນວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມປະກອບຄຳເຫັນເທື່ອທີ 2 ກ່ຽວກັບການກະກຽມກອງປະຊຸມຄັ້ງປະຖົມມະເລິກຂອງ ສະພາແຫ່ງຊາດຊຸດທີ XVI. 
ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດທີ XVI ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 6 ເມ​ສາ - ảnh 1ກອງປະຊຸມຄັ້ງທີ 55 ຂອງ ຄະນະປະຈຳສະພາແຫ່ງຊາດ (ພາບ: VOV)

ຕາມທ່ານ ເລກວາງແມັ້ງ ເລຂານຸການໃຫຍ່ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດ ແລ້ວ, ກອງປະຊຸມຄາດວ່າຈະໄຂຂຶ້ນໃນຕອນເຊົ້າວັນທີ 6 ເມສາ ແລະ ອັດລົງໃນວັນທີ 25 ເມສາ. ນີ້ແມ່ນກອງປະຊຸມຄັ້ງສຳຄັນພິເສດແລະ ສະພາແຫ່ງຊາດຊຸດໃໝ່ຈະຕັດສິນກ່ຽວກັບວຽກງານຈັດຕັ້ງກົງຈັກ, ບຸກຄະລາກອນຂັ້ນສູງ, ວຽກງານນິຕິບັນຍັດ ແລະ ບັນດາບັນຫາເສດຖະກິດ - ສັງຄົມ. ກອງປະຊຸມໄດ້ແບ່ງເປັນ 2 ຄັ້ງ: ຄັ້ງທີ 1 (ແຕ່ວັນທີ 6 ເມສາ ຫາວັນທີ 11 ເມສາ) ຈຸດສຸມແມ່ນວຽກງານບຸກຄະລາກອນ ແລະ ປຶກສາຫາລືຮ່າງກົດໝາຍຈຳນວນໜຶ່ງ, ຄັ້ງທີ 2 (ແຕ່ວັນທີ 20 ເມສາ ຫາວັນທີ 25 ເມສາ) ປຶກສາຫາລື, ລົງມະຕິ ບັນດາກົດໝາຍ ແລະ ມະຕິວ່າດ້ວຍເສດຖະກິດ - ສັງຄົມ. ສະພາແຫ່ງຊາດຈະພັກຜ່ອນ 8 ວັນລະຫວ່າງສອງຄັ້ງ (ແຕ່ວັນທີ 12 ເມສາ - 19 ເມສາ) ເພື່ອໃຫ້ບັນດາອົງການຮັບເອົາຄວາມເຫັນ, ປັບປຸງ ເອກະສານ.

ຕອບກັບ

ຂ່າວ/ບົດ​ອື່ນ