ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

(VOVWORLD) - ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ  ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ
ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU - ảnh 1 ທ່ານ ຕະແອັງຕວັນ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ດັກລັກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV )

ວັນທີ 2 ເມສາ, ແຂວງດັກລັກ ໄດ້ຜັນຂະຫຍາຍກອງປະຊຸມຕີລາຄາໝາກຜົນແຫ່ງການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍປະຕິບັດຕາມຂໍ້ກຳນົດ (IUU) ແລະ ຜັນຂະຫຍາຍວຽກງານຕ້ອນຮັບຄະນະນັກກວດກາຂອງ ຄະນະກຳມະການເອີລົບ (EC).

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ  ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ. ສະເພາະກຳປັ່ນທີ່ຍາວແຕ່ 15 ແມັດຂຶ້ນໄປມີ 684 ລຳທີ່ມີໜັງສືອະນຸຍາດຂຸດຄົ້ນສິນໃນນ້ຳ ຍັງມີຜົນສັກສິດ. ທ່ານ ຕະແອັງຕວັນ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ດັກລັກ, ໃຫ້ຮູ້ວ່າ ວັນທີ 13 ມີນາ, ຄະນະນັກກວດກາຂອງ EC ຈະມາກວດກາຄັ້ງສຸດທ້າຍກ່ຽວກັບການປະຕິບັດຕ້ານການຂຸດຄົ້ນ IUU ຢູ່ດັກລັກ, ເພາະສະນັ້ນ ທາງແຂວງໄດ້ສຸມໃສ່ທຸກກຳລັງເພື່ອແນໃສ່ຍົກເລີກບັດເຫຼືອງຂອງ EC, ຊ່ວຍຂະແໜງສິນໃນນ້ຳພັດທະນາແບບຍືນຍົງ. ທ່ານໃຫ້ຮູ້ວ່າ

ບັນດາພະແນກ, ຂະແໜງການ, ບັນດາທ້ອງຖິ່ນຕ້ອງສຸມບຸກຄະລາກອນ, ໃນນັ້ນມີ ຂະແໜງກວດກາດ, ຍຸຕິທຳ, ທະຫານປ້ອງກັນຊາຍແດນ, ຕຳຫຼວດຢູ່ຂ້າງພະແນກກະສິກຳ. ພວກເຮົາຕ້ອງກະກຽມຢ່າງລອບຄອບຖີ່ຖ້ວນທີ່ສຸດ ແລະ ຕັດສິນໃຈຍົກເລີກບັດເຫຼືອງ. ນີ້ບໍ່ພຽງແຕ່ແມ່ນເລື່ອງລາວຍົກເລີກບັດເຫຼືອງເທົ່ານັ້ນຫາກຍັງແມ່ນຄວາມຮັບຜິດຊອບດ້ານການເມືອງທັງແມ່ນຄວາມຕັດສິນໃຈຂອງພວກເຮົາທີ່ ເໝາະສົມກັບການທິດທາງພັດທະນາສິນໃນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ