ກອງປະຊຸມຈັດກຽມບັນດາເຈົ້າຫນ້າທີ່ອາວຸໂສອາຊຽນ

(VOVWORLD) -ຫວຽດນາມຈະສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນກັບບັນດາປະເທດ ແລະສະຫນັບສະຫນູນຄວາມມານະພະຍາຍາມຂອງປະທານ ອາຊຽນ ປີ 2021
ກອງປະຊຸມຈັດກຽມບັນດາເຈົ້າຫນ້າທີ່ອາວຸໂສອາຊຽນ - ảnh 1ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ.(ພາບ:TTXVN)

ວັນທີ 30 ກັນຍາ, ບັນດາເຈົ້າຫນ້າທີ່ອາວຸໂສ (SOM) ອາຊຽນ ໂຮມປະຊຸມແບບທາງໄກເພື່ອກະກຽມໃຫ້ບັນດາກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 38, 39 ແລະ ບັນດາກອງປະຊຸມກ່ຽວຂ້ອງ. ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວຫນ້າ SOM ASEAN ຫວຽດນາມ, ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວັກຢູງ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ປະທານ ບຣູໄນ ທີ່ໄດ້ຮັກສາ ແລະບໍລິຫານການເຄື່ອນໄຫວຂອງ ອາຊຽນ ແລະ ຢັ້ງຢືນຄືນການສະຫນັບສະຫນູນບັນດາຂໍ້ລິເລີ່ມຂອງ ປະທານ ບຣູໄນ. ທ່ານຮອງລັດຖະມົນຕີ ກໍ່ຕີລາຄາສູງຄວາມມານະພະຍາຍາມຂອງທູດພິເສດຂອງປະທານ ອາຊຽນກ່ຽວກັບບັນຫາ ມຽນມາ ແລະ ທ່ານເລຂາທິການໃຫຍ່ ອາຊຽນ ໃນບົດບາດປະສານງານກ່ຽວກັບການຫນູນຊ່ວຍມະນຸດສະທຳຂອງອາຊຽນ ໃຫ້ແກ່ ມຽນມາ ພ້ອມທັງ ຢືນຢັນ ຫວຽດນາມຈະສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນກັບບັນດາປະເທດ ແລະສະຫນັບສະຫນູນຄວາມມານະພະຍາຍາມຂອງປະທານ ອາຊຽນ ປີ 2021 ເພື່ອແນໃສ່ຊຸກຍູ້ຜັນຂະຫຍາຍຂໍ້ຕົກລົງ 5 ຂໍ້ກ່ຽວກັບບັນຫາ ມຽນມາ ຢ່າງມີປະສິດທິຜົນ.

ຕໍ່ຫນ້າບັນດາການຜັນປ່ຽນຢ່າງວ່ອງໄວຂອງສະພາບການໂລກ ແລະພາກພື້ນ, ທ່ານ ຮອງລັດຖະມົນຕີ ຫງວຽນກວັກຢູງ ເນັ້ນຫນັກຄວາມສຳຄັນຂອງການຮັກສາຄວາມສາມັກຄີ, ເປັນເອກະພາບ ແລະ ບົດບາດໃຈກາງຂອງ ອາຊຽນ, ເສີມຂະຫຍາຍສຽງເວົ້າລວມຂອງອາຊຽນໃນບັນດາບັນຫາກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ