ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ

(VOVWORLD) -ໃນໄລຍະຜ່ານມາ, ການນຳລັດຖະບານ ໄດ້ມອບໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ  ເປັນເອກະພາບຕໍ່ການກຳນົດເນື້ອໃນຕ້ອນຮັບນັກທ່ອງທ່ຽວສາກົນ
ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ - ảnh 1(ພາບປະກອບ: TTXVN)

ຕອນບ່າຍວັນທີ 17 ກຸມພາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອແບ່ງປັນຂໍ້ມູນຂ່າວຕໍ່ສື່ມວນຊົນກ່ຽວກັບນະໂຍບາຍວີຊາສຳລັບຊາວຕ່າງປະເທດ ເຂົ້າເມືອງ ຫວຽດນາມ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ການນຳລັດຖະບານ ໄດ້ມອບໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ  ເປັນເອກະພາບຕໍ່ການກຳນົດເນື້ອໃນຕ້ອນຮັບນັກທ່ອງທ່ຽວສາກົນ, ສ້າງແຜນການເປີດປະຕູການເຄື່ອນໄຫວດ້ານການທ່ອງທ່ຽວຄືນໃໝ່ໃຫ້ສົມບູນແບບ; ເຮັດວຽກກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢ່າງລະອຽດ ເພື່ອລາຍງານລາຍລະອຽດຕໍ່ລັດຖະບານ, ນາຍົກລັດຖະມົນຕີ ກ່ຽວກັບນະໂຍບາຍວີຊາທີ່ນຳໃຊ້ສຳລັບນັກທ່ອງທ່ຽວສາກົນເຂົ້າເມືອງ ຫວຽດນາມ.

        ກ່ຽວກັບສະພາບການຂອງບັນດາປະເທດ, ເຂດແຄ້ວນທີ່ຮັບຮອງເອົາປາດສະປໍວັກຊິນຂອງ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ໄລ່ຮອດວັນທີ 16 ກຸມພາ, ມີ 14 ປະເທດ ແລະ ເຂດແຄ້ວນໄດ້ເຫັນດີຮັບຮອງເອົາປາດສະປໍວັກຊິນຂອງ ຫວຽດນາມ ຄື: ຍີ່ປຸ່ນ, ອາເມລິກາ, ອັງກິດ, ອົດສະຕາລີ, ອິນເດຍ, ເບລາຣຸດ… ບາງຄູ່ຮ່ວມມືອື່ນກໍ່ພວມພິຈາລະນາ, ຕັ້ງໜ້າແລກປ່ຽນລາຍລະອຽດດ້ານເຕັກນິກຕື່ມອີກ ແລະ ຈະໃຫ້ຄຳຕອບໂດຍໄວ. ປະຈຸບັນ, ຫວຽດນາມ ພວມຮັບຮອງເອົາໃບຢັ້ງຢືນສັກວັກຊິນ ຫຼື ເອີ້ນວ່າ ປາດສະປໍວັກຊິນ ຂອງ 79 ປະເທດ ແລະ ເຂດແຄ້ວນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ