ກອງປະຊຸມຖະແຫຼງຂ່າວຫົວເລື່ອງ “ເສດຖະກິດຫວຽດນາມ ໃນສະພາບການສາກົນໃໝ່, ບັນດາບັນຫາ ແລະ ແງ່ຫວັງ”

(VOVWORLD) - “ປັດຈຸບັນ, ບັນດາປະເທດເຖິງວ່າແມ່ນປະເທດນ້ອຍ ຫຼື ໃຫຍ່, ບໍ່ຈໍາແນກລະບອບການການເມືອງກໍຕາມ ລ້ວນແຕ່ຕົກລົງເຫັນດີນໍາກັນວ່າ ປະເທດໜຶ່ງຢາກພັດທະນາ ແລະ ພັດທະນາແບບຍືນຍົງນັ້ນ ຕ້ອງມີ 4 ເສົາຄໍ້າ ຄື ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດເຕັກໂນໂລຢີ ແລະ ວັດທະນະທໍາ”.

        ຕອນບ່າຍວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ຄະນະພັກບັນດາອົງການສໍານັກງານຂັ້ນສູງກາງ ຈັດຕັ້ງກອງປະຊຸມຖະແຫຼງຂ່າວ ໄຕມາດ 3 ປີ 2019 ດ້ວຍ 2 ຫົວເລື່ອງ: “ເນື້ອໃນພື້ນຖານຂອງຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່” ແລະ “ເສດຖະກິດຫວຽດນາມ ໃນສະພາບການສາກົນໃໝ່, ບັນດາບັນຫາ ແລະ ແງ່ຫວັງ”. ກ່າວຄໍາເຫັນທີ່ກອງປະຊຸມ, ພັນເອກ ດວ່ານຕືຮວານ, ກົມຝຶກອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ:

        “ປັດຈຸບັນ, ບັນດາປະເທດເຖິງວ່າແມ່ນປະເທດນ້ອຍ ຫຼື ໃຫຍ່, ບໍ່ຈໍາແນກລະບອບການການເມືອງກໍຕາມ ລ້ວນແຕ່ຕົກລົງເຫັນດີນໍາກັນວ່າ ປະເທດໜຶ່ງຢາກພັດທະນາ ແລະ ພັດທະນາແບບຍືນຍົງນັ້ນ ຕ້ອງມີ 4 ເສົາຄໍ້າ ຄື ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດເຕັກໂນໂລຢີ ແລະ ວັດທະນະທໍາ”.

        ໃນສະພາບການຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຍັງສືບຕໍ່ແກ່ຍາວ ແລະ ຜັນແປຢ່າງສັບສົນນັ້ນ, ເສດຖະກິດຫວຽດນາມ ຍັງຄົງຮັກສາລະດັບການເຕີບໂຕເປັນປົກກະຕິ, ດ້ວຍລະດັບ 6,76% ໃນ 6 ເດືອນຕົ້ນປີ. ໄພເງິນເຟີ້ໄດ້ຮັບຄວບຄຸມເປັນຢ່າງດີ, ຫວຽດນາມ ໄດ້ຮັບການຕີລາຄາສູງຈາກສາກົນ ແລະ ມີກໍາລັງດຶງດູດຕໍ່ບັນດານັກລົງທຶນຕ່າງປະເທດ. ທ່ານຮອງສາດສະດາຈານ, ປະລິນຍາເອກ ເຈິ່ນດິ່ງທຽນ, ອະດີດຫົວໜ້າສະຖາບັນເສດຖະກິດຫວຽດນາມ, ສະມາຊິກໜ່ວຍທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ ຖືວ່າ ຄວນປະຕິບັດການປະຕິຮູບດ້ານລະບອບລະບຽບການຢ່າງວ່ອງໄວ, ສ້າງພື້ນຖານໂຄງລ່າງ ແລະ ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອກຽມພ້ອມເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ