ກອງປະຊຸມທົ່ວປະເທດກ່ຽວກັບບາງວຽກງານສຳລັບສາສະໜາໂປຣແຕສຕັງ

ກອງປະຊຸມທົ່ວປະເທດກ່ຽວກັບບາງວຽກງານສຳລັບສາສະໜາໂປຣແຕສຕັງ - ảnh 1
​ກອງ​ປະຊຸມ​ທົ່ວ​ປະ​ເທດ ສະຫລຸບ 10 ປີ​ແຫ່ງ​ການປະຕິບັດ​ຄຳ​ສັ່ງ​
ຂອງນາຍົກລັດຖະມົນຕີ ​ວຽກ​ງານ​ສຳລັບ​ສາສະໜາໂປຣ​ແຕສຕັງ
(ພາບ: VGP/LeSon)

(vovworld) –​​​ ​ ​ຕອນ​ເຊົ້າ​ວັນ​ທີ 5/11, ຄະນະ​ສາສະໜາ​ລັດຖະບານ​ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ ສະຫລຸບ 10 ປີ​ແຫ່ງ​ການປະຕິບັດ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ບາງ​ວຽກ​ງານ​ສຳລັບ​ສາສະໜາໂປຣ​ແຕສຕັງ ​ໄລຍະ 2005 – 2015. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູກ ຊີ້​ແຈ້ງວ່າ: ​ເພື່​ອປະຕິບັດ​ແຜນ​ນະ​ໂຍບາຍ​ວຽກ​ງານ​ ສຳລັບ​ສາສະໜາໂປຣ​ແຕສຕັງ​ ໃນສະພາບ​ການ​ໃໝ່ເປັນ​ຢ່າງ​ດີ, ວິວັດ​ການສະ​ເໜີ​ມາດ​ຕະການ ​ແລະ ປະຕິບັດ​ວຽກ​ງານ​ສຳລັບ​ສາສະໜາໂປຣ​ແຕສຕັງ ຕ້ອງ​ພິຈາລະນາ​ຢ່າງ​ລະອຽດ​ ບັນດາສາຍ​ພົວພັນ​ຂອງ​ສາສະໜາໂປຣ​ແຕສຕັງ ກັບບັນດາ​ບັນຫາ​ຊົນ​ເຜົ່າ, ການ​ເມືອງ, ຄວາມ​ສະຫງົບປອກ​ໄພ, ​ເສດຖະກິດ, ວັດທະນະທຳ ​ແລະ ການ​ພົວພັນ​ຕ່າງປະ​ເທດ. ຕາມ​ທ່ານ​ລັດຖະມົນຕີວ່າການ​ກະຊວງ​ພາຍ​ໃນ ຫງວຽນທ໋າຍບິ່ງ ​ແລ້ວ ນະ​ໂຍບາຍ​ຍາວ​ນານ​ຂອງ​ສູນ​ກາງ​ສຳລັບ​ສາສະໜາໂປຣ​ແຕສຕັງ ​ແມ່ນ​ເຄົາລົບ​ຄວາມ​ເຊື່ອ​ໝັ້ນ ​ແລະ ຄວາມ​​ຕ້ອງການ​ເຊື່ອ​ຖື​ສາສະໜາ​ອັນ​ຊອບ​ທຳ​ຂອງ​ຜູ້​ຖື​ສາສະໜາ ໂປຣ​ແຕສຕັງ, ຮັບຮອງ​ການ​ເຄື່ອນ​ໄຫວ​ສາສະໜາ​ຂອງ​ສາສະໜາ ໂປຣ​ແຕສຕັງ, ພ້ອມ​ທັງ ຕໍ່ສູ້ ​ແລະ ລົງ​ໂທດ​ຢ່າງ​ເຄັ່ງ​ຄັດ​ບັນດາ​ການ​ກະທຳສວຍ​ໃຊ້​ສາສະໜາ ໂປຣ​ແຕສຕັງ ​​ເພື່ອມ້າງ​ເພ​ທຳລາຍ​ປະຕິວັດ, ທຳລາຍກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ.

       

ຂ່າວ/ບົດ​ອື່ນ