ກອງປະຊຸມບັນດາ ພັກກອມມູນິດ ແລະ ກຳມະກອນສາກົນ ຄັ້ງທີ 13

   ກອງ​ປະຊຸມ​ບັນດາ​ພັກ​ກອມ​ມູນິດ ​ແລະ ​ກຳມະກອນ​ສາກົນ​ຄັ້ງທີ 13 ​ໂດຍ​ພັກ​ກອມ​ມູນິດ​ເກຼກຈັດຕັ້ງຂຶ້ນ​ ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 9 ຫາ 11/12 ຢູ່​ນະຄອນຫຼວງອາ​ແທນ​ຂອງ​ເກຼກດ້ວຍ​ຫົວ​ຂໍ້ “ລັດທິ​ສັງຄົມ​ມນິຍົມ​​ແມ່ນອະນາຄົດ” ​ເຂົ້າຮ່ວມ​ກອງ​ປະຊຸມ​ມີ​ຜູ້​ແທນ​ກ່ວາ 100 ທ່ານ​ສັງກັດ 78 ພັກ​ການ​ເມືອງທີ່​ມາ​ຈາກ 61 ປະ​ເທດ​ໃນ​ໂລກ. ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ​ໂດຍ​ທ່າ​ນ ຫງວຽນ​ແມັງ​ຮູ່ງ, ຮອງ​ຫົວໜ້າ​ຄະນະ​ປະຈຳ ຄະນະ​ພົວພັນ​​ຕ່າງ​ປະ​ເທດ ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ນຳ​ໜ້າ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ. ຖະ​ແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ​ເນັ້ນໜັກ​ວ່າ: ວິ​ກິດ​ການ​​ເສດຖະກິດໂລກ​ໃນປະຈຸ​ບັນ​ແມ່ນ​ວິ​ກິດ​ການທີ່​ມີ​ລັກສະນະ​​ເປັນລະ​ບົບຂອງ​ລັດທິ​ທຶນນິຍົມ, ຊື່​ງນັບ​ມື້​ນັບ​ໄດ້​ແຜ່​ຂະຫຍາຍ​ອອກ​ສູ່​ວົງ​ກ້ວາງ. ​ໃນ​ສະພາບ​ການ​ນັ້ນ, ບົດຮຽນ​ ​ແລະ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ການ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ​ໃນ​ໂລກ​ ພວມ​ພິສູດ​ໃຫ້​ເຫັນ​ລັກສະນະ​ດີ​ເລີດ​ຂອງ​ລັດທິ​ສັງຄົມ​ນິຍົມ, ​ແລະ​ຊີ້​ແຈງວ່າ ມີພຽງ​ລັດທິ​ສັງຄົມ​ນິຍົມ​ຈຶ່ງ​ສາມາດ​ລົບ​ລ້າງ​ສົງຄາມ, ​ໄພ​ຫວ່າງ​ງານ, ​ໄພ​ທຸກ​ຍາກອຶດ​ຫີ​ວ, ​ໄພ​ກືກ​ໜັງສື​ໄດ້, ມີພຽງ​ລັດທິ​ສັງຄົມ​ນິຍົມ​ຈຶ່ງສາມາດ​ສ້າງ​ເງື່ອນ​ໄຂ​ສະດວກ ​ໃຫ້​ແກ່​ການ​ພັດ​ທະ​ນາ​ທີ່​ເໝາະສົມ​ກັບ​ຜົນ​ຜະ​ໂຫຍ​ດຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ໄດ້​ເທົ່ານັ້ນ.

   ທີ່​ກອງ​ປະຊຸມ ຄະນະ​ຜູ້​ແທນພັກ​ກອມ​ມູນິດຫວຽດນາມ ​ໄດ້​ແນະນຳ​ໝາກຜົນ​ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ ພັກ​ກອມ​ມູນິດ​ຫວຽດນາມ​ຄັ້ງທີ 11 ​ແລະ​ບັນດາ​ຜົນງານ​ແຫ່ງ​ການ​ພັດທະນາ​ເສດ​ຖະກິດ - ສັງ​ຄົມຂອງ​ຫວຽດນາມ​ຜ່ານ 25 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ ​ແລະ​ປົກ​ປັກຣັກສາ​ປະ​ເທດ​ສັງຄົມ​ນິຍົມ.

ຂ່າວ/ບົດ​ອື່ນ