ກອງປະຊຸມບໍ່ເປັນທາງການຜູ້ບັນຊາການທະຫານປ້ອງກັນປະເທດອາຊຽນຄັ້ງທີ13
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ -  
(ກອງປະຊຸມບໍ່ເປັນທາງການ
ຜູ້ບັນຊາການທະຫານປ້ອງກັນປະເທດອາຊຽນຄັ້ງທີ 13)
(vovworld) – ກອງປະຊຸມບໍ່ເປັນທາງການຜູ້ບັນຊາການກຳລັງປ້ອງກັນປະເທດອາຊຽນ ຄັ້ງທີ 13 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 14/03, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ທ່ານພົນເອກ ໂດ້ບ໋າຕິ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ. ດ້ວຍຫົວຂໍ້ວ່າ, “ເພີ່ມທະວີການຮ່ວມມືປ້ອງກັນຊາດ ເພື່ອປະຊາຄົມອາຊຽນ ທີ່ຂະຫຍັນຂັນເຄື່ອນ”, ທີ່ກອງປະຊຸມ, ບັນດາຜູ້ບັນຊາການທະຫານອາຊຽນ ໄດ້ປຶກສາຫາລືບັນດາມາດຕະການເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນຕີ ສຸວອນ ເລືອງບຸນມີ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນປະຕິວັດລາວ ເນັ້ນໜັກວ່າ, ກອງປະຊຸມຄັ້ງນີ້ແມ່ນເຫດການສຳຄັນທີ່ໄດ້ຮັບການຈັດຕັ້ງ ພາຍຫຼັງປະຊາຄົມລວມອາຊຽນ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ. ນັ້ນແມ່ນເຫດການທີ່ມີຄວາມໝາຍສຳຄັນຍິ່ງ ສຳລັບການຮ່ວມມືລະຫວ່າງບັນດາປະເທດອາຊຽນ ດ້ວຍຈຸດໝາຍນຳມາເຊິ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນ.
ໃນວາລະປະຊຸມຕອນບ່າຍວັນດຽວກັນ, ກອງປະຊຸມໄດ້ອອກຖະແຫຼງການຮ່ວມ ແລະ ມອບໂອນບົດບາດເປັນປະທານກອງປະຊຸມບໍ່ເປັນທາງການຜູ້ບັນຊາການກຳລັງປ້ອງກັນປະເທດອາຊຽນ ຄັ້ງທີ 13 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ