ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ - ກຳປູເຈຍ ຄັ້ງທີ 6

(VOVWORLD) - ໂດຍປະຕິບັດຂໍ້ຕົກລົງລະຫວ່າງ ຫວຽດນາມ ແລະ ກຳປູເຈຍ, ວັນທີ 18 ກໍລະກົດ 2019 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ແລະ ທ່ານລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Eat Sophea ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 6.

ທີ່ກອງປະຊຸມ, 2 ຝ່າຍໄດ້ຮັບຮູ້ວ່າ ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ພວມໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການພົວພັນດ້ານການຄ້າ, ເປັນຕົ້ນແມ່ນການຄ້າຊາຍແດນ, ຍູ້ແຮງການເຊື່ອມຕໍ່ລະຫວ່າງບັນດາດ່ານຊາຍແດນ ແລະ ພັດທະນາພື້ນຖານໂຄງລ່າງຢູ່ເຂດຊາຍແດນ, ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ເພີ່ມຂຶ້ນສູງກ່ວາລະດັບ 5 ຕື້ USD, ສ້າງແຜນຜັງສັງລວມກ່ຽວກັບການເຊື່ອມຕໍ່ 2 ພື້ນຖານເສດຖະກິດຈົນຮອດປີ 2030 ໃຫ້ສຳເລັດໂດຍໄວ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແນໃສ່ເພີ່ມທະວີການລົງທຶນ 2 ສົ້ນ.

ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ - ກຳປູເຈຍ ຄັ້ງທີ 6 - ảnh 1 ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ - ກຳປູເຈຍ ຄັ້ງທີ 6 (ພາບ: TTXVN)

        2 ຝ່າຍໄດ້ຕີລາຄາສູງກົນໄກການປຶກສາຫາລືດ້ານການເມືອງ, ເຫັນດີເປັນເອກະສັນຊຸກຍູ້ການພົວພັນແລກປ່ຽນລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໃຫ້ຫລາຍກ່ວາອີກ ແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ສົມທົບກັນປະຕິບັດງານ. 2 ຝ່າຍກໍ່ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນໃນປີ 2020 ເມື່ອ ຫວຽດນາມ ເປັນປະທານ ອາຊຽນ ແລະ ກຳປູເຈຍ ເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງ ASEM.

ຕອບກັບ

ຂ່າວ/ບົດ​ອື່ນ