ກອງ​ປະ​ຊຸມ​ປຶກ​ສາຫ​າ​ລ​ື​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາຊ​ຽ​ນ - ຈີນ ຄັ້ງ​ທີ 25

(VOVWORLD) -  ອາຊຽນ ແລະ ຈີນ ຈະປະຕິບັດ ແຜນການກະທຳ ອາຊຽນ - ຈີນ 2016 -2020ໃຫ້ສຳເລັດຜົນ, ສູ້ຊົນໃຫ້ບັນລຸໄດ້ເປົ້າໝາຍນຳວົງເງິນການຄ້າສອງສົ້ນເພີ່ມຂຶ້ນ 1000 ຕື້ USD ແລະ ການລົງທຶນເພີ່ມຂຶ້ນ 150 ຕື້ USD ໃນປີ 2020.
ກອງ​ປະ​ຊຸມ​ປຶກ​ສາຫ​າ​ລ​ື​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາຊ​ຽ​ນ - ຈີນ ຄັ້ງ​ທີ 25 - ảnh 1ບັນດາຜູ້ແທນ ເຂົ້າຮ່ວມ ACSOC 25

       ວັນທີ 19 ພຶດສະພາ, ຢູ່ ຄ໊າງເຈົາ,ປະເທດຈີນ, ໄດ້ດຳເນີນກອງປະຊຸມປຶກສາຫາລືເຈົ້າໜ້າທີ່ຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 25 (ACSOC 25) ເພື່ອແນໃສ່ກວດກາຄືນວິວັດການຮ່ວມມື ອາຊຽນ ແລະ ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືໃນໄລຍະຈະມາເຖິງ, ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ (PMC + 1) ໃນເດືອນ ສິງຫາ ປີ 2019.

ກ່ຽວກັບການກຳນົດທິດການຮ່ວມມືໃນອະນາຄົດ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ໍຜັນຂະຫຍາຍ “ວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຈີນ 2030”. ຕາມນັ້ນແລ້ວ, ອາຊຽນ ແລະ ຈີນ ຈະປະຕິບັດ ແຜນການກະທຳ ອາຊຽນ - ຈີນ 2016 -2020ໃຫ້ສຳເລັດຜົນ, ສູ້ຊົນໃຫ້ບັນລຸໄດ້ເປົ້າໝາຍນຳວົງເງິນການຄ້າສອງສົ້ນເພີ່ມຂຶ້ນ 1000 ຕື້ USD ແລະ ການລົງທຶນເພີ່ມຂຶ້ນ 150 ຕື້ USD ໃນປີ 2020.

ກອງປະຊຸມໄດ້ແລກປ່ຽນກ່ຽວກັບສະພາບການໃນພາກພື້ນ ແລະ ໂລກ. ບັນດາປະເທດ ອາຊຽນ ແລະ ຈີນຢັ້ງຢືນ ຄວາມຈຳເປັນຕ້ອງສ້າງຕັ້ງ ແລະ ປັບປຸງໂຄງສ້າງພາກພື້ນ ຢ່າງ ເປີດກ້ວາງ, ໂປ່ງໃສ, ກວມລວມ ແລະ ອີງໃສ່ກົດໝາຍ. ຕາມນັ້ນແລ້ວ, ຈີນໄດ້ສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນ, ແລະຫວັງວ່າ ອາຊຽນຈະມີຄວາມ ສາມັກຄີ, ເອກະພາບ, ສ້າງສາ ປະຊາຄົມ ອາຊຽນໃຫ້ເຂັ້ມແຂງ. ບັນດາປະເທດອາຊຽນໄດ້ຕີລາຄາສູງບົດບາດ ແລະ ການເຂົ້າຮ່ວມຂອງຈີນໃນບັນດາເວທີປາໄສໂດຍອາຊຽນເປັນເຈົ້າພາບ ແລະ ນຳໜ້າພາທາງ, ຫວັງວ່າ ຈີນຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ເຂົ້າການສ້າງ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ