ກອງ​ປະ​ຊຸມ​ປະ​ກ​າດ​ໝາກ​ຜົນ​ຂອງ​ການ ສຳຫຼວດ ປະ​ຊາ​ກອນ ແລະ ເຮືອນ​ຢູ່ ທົ່ວ​ປະ​ເທດ ປີ 2019

(VOVWORLD) -ຕອນເຊົ້າວັນທີ 19 ທັນວາ, ຄະນະຊີ້ນຳການສຳຫຼວດປະຊາກອນ ແລະ ເຮືອນຢູ່ ສູນກາງໄດ້ຈັດຕັ້ງກອງປະຊຸມ ປະກາດໝາກຜົນຂອງການ ສຳຫຼວດພົນລະເມືອງ ແລະ ເຮືອນຢູ່ ທົ່ວປະເທດ ປີ 2019 ຢ່າງເປັນທາງການ.

ກອງ​ປະ​ຊຸມ​ປະ​ກ​າດ​ໝາກ​ຜົນ​ຂອງ​ການ ສຳຫຼວດ ປະ​ຊາ​ກອນ ແລະ ເຮືອນ​ຢູ່ ທົ່ວ​ປະ​ເທດ ປີ 2019 - ảnh 1ກອງປະຊຸມປະກາດໝາກຜົນຂອງການ ສຳຫຼວດ ປະຊາກອນ ແລະ ເຮືອນຢູ່ ທົ່ວປະເທດ ປີ 2019

(ພາບ: TTXVN)

ນີ້ແມ່ນການສຳຫຼວດປະຊາກອນ ແລະ ເຮືອນຢູ່ ທົ່ວປະເທດຄັ້ງ 5 ນັບແຕ່ປີ 1975 ເປັນຕົ້ນມາ, ເຊິ່ງໄດ້ດຳເນີນການສຳຫຼວດປະຊາກອນ ມີໜ້າຕົວຈິງ 96,2 ລ້ານຄົນ ທີ່ພັກພາອາໄສຢູ່ ກັບຄອບຄົວເກືອບ 26,9 ລ້ານຄອບຄົວ. ການສຳຫຼວດປະຊາກອນ ທົ່ວປະເທດ ແມ່ນສາມາດເກັບກຳໄດ້ຂໍ້ມູນພື້ນຖານ, ຕີລາຄາບັນດາການເໜັງຕີງກ່ຽວກັບຕົວເລກພົນລະເມືອງ. ທ່ານ ຫງວຽນບິກເລິມ, ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ:

        ຂໍ້ມູນກ່ຽວກັບປະຊາກອນ ຢູ່ເຂດຕົວເມືອງ ແລະ ຂໍ້ມູນກ່ຽວກັບຄອບຄົວທີ່ບໍ່ມີເຮືອນຢູ່ ໄດ້ຮັບການອັບເດັດ ພາຍຫຼັງການປ່ຽນແປງເຂດແດນບໍລິຫານ ແລະ ສະພາບການຄອບຄົວບໍ່ມີເຮືອນຢູ່ ໂດຍບັນດາທ້ອງຖິ່ນສຳຫຼວດ. ນອກຈາກໝາກຜົນຢ່າງເປັນທາງການແລ້ວ ຍັງໄດ້ເພີ່ມເຕີມຂໍ້ມູນຢ່າງລະອຽດຕື່ມອີກ ແລະ ມີການໄຈ້ແຍກ, ຕີລາຄາ, ໃຫ້ຂໍ້ສັງເກດກ່ຽວກັບສະພາບການ. ຫວຽດນາມແມ່ນປະເທດທີ່ມີພົນລະເມືອງຫຼາຍ ອັນດັບທີ 3 ຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອັນດັບທີ 15 ໃນທົ່ວໂລກ. ເລື່ອງພົນລະເມືອງມີອາຍຸສູງແມ່ນເພີ່ມຂຶ້ນສູງ, ຜູ້ມີອາຍຸຫຼາຍກ່ວາ 65 ປີ ກວມເອົາ 7,7%. ເຖິງຢ່າງໃດກໍ່ຕາມ ຫວຽດນາມຍັງແມ່ນປະເທດມີອັດຕາສ່ວນພົນລະເມືອງທີ່ມີເກນອາຍຸອອກແຮງງານໃນລະດັບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ