ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ
|
(vovworld) – ກ່າວຄຳເຫັນທີ່ກອງປະຊຸມປະຈຳປີຂອງລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃນຕອນບ່າຍວັນທີ 11/2, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຕີລາຄາສູງການພົວພັນລະຫວ່າງ 2 ອົງການໃນໄລຍະຜ່ານມາ, ພິເສດເລື່ອງແມ່ນປະຕິບັດສຳເລັດ 15/16 ໜ້າທີ່ໄດ້ວາງອອກ. ທ່ານ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ປີ 2015, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບລັດຖະບານ ແລະ ບັນດາກະຊວງ, ຂະແໜງການເພື່ອເສີມຂະຫຍາຍວຽກງານຕິດຕາມກວດກາ, ໄຈ້ແຍກຕີລາຄາເປັນຢ່າງດີ.
ໂດຍເຫັນດີເຫັນພ້ອມກັບຄຳເຫັນຂອງທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຊີ້ແຈ້ງວ່າ: ປີ 2015 ແມ່ນປີມີຫຼາຍເຫດການສຳຄັນຂອງປະເທດຊາດ, ດັ່ງນັ້ນລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄວນສືບຕໍ່ສົມທົບກັນປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ສູ້ຊົນເພື່ອບັນລຸ ແລະ ເລື່ອນກາຍຄາດໝາຍ, ຈຸດໝາຍທີ່ໄດ້ວາງອອກ, ພ້ອມກັນນັ້ນຈັດຕັ້ງກອງປະຊຸມໃຫຍ່ພັກທຸກຂັ້ນໃຫ້ສຳເລັດຜົນ, ສືບຕໍ່ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງໝັ້ນຄົງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເນັ້ນໜັກວ່າ:
“ພວກເຮົາສົມທົບກັນເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນ. ຕາມຂ້າພະເຈົ້າແລ້ວ, ມີ 2 ວຽກງານໃຫຍ່. ທີໜຶ່ງແມ່ນປະກອບສ່ວນໄຈ້ແຍກນະໂຍບາຍກົດໝາຍ, ບັນດາສິ່ງທີ່ບໍ່ເໝາະສົມ ຫຼື ບັນດາຂໍ້ລິເລີ່ມ. ນະໂຍບາຍນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ຕ້ອງໄດ້ຮັບການປະກອບຄຳເຫັນຈາກປະຊາຊົນ. ທີສອງແມ່ນສິດປະຊາທິປະໄຕແມ່ນເຂົ້າຮ່ວມການກໍ່ສ້າງພັກ, ສ້າງລະບົບອຳນາດການປົກຄອງ, ອົງການການນຳຄຸ້ມຄອງ. ເສີມຂະຫຍາຍປະຊາທິປະໄຕຂັ້ນຮາກຖານ, ບັນດາເນື້ອໃນນັ້ນພວກເຮົາໄດ້ປະຕິບັດແລ້ວ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຂັ້ນຮາກຖານຕ້ອງປະຕິບັດວຽກງານນີ້ເປັນຢ່າງດີ.”