ກອງປະຊຸມປະຊູມສະໄໝ ສາມັນທ້າຍປີ 2014 ຂອງລັດຖະບານ

ກອງປະຊຸມປະຊູມສະໄໝ ສາມັນທ້າຍປີ 2014 ຂອງລັດຖະບານ - ảnh 1

(ພາບ: Chinhphu.vn )

 (vovworld)- ​ ວັນ​ທີ 30/12, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມສະ​ໄໝ​ສາມັນ​ທ້າຍ​ປີ 2014 ຂອງ​ລັດຖະບານ. ກອງ​​ປະຊຸມ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບສະພາບ​ຮຽບຮຽງ, ຍື່ນ​ສະ​ເໜີ​ບັນດາ​ຮ່າງ​ກົດໝາຍ, ລັດຖະບັນຍັດ ​ແລະ ​ປະກາ​ດ​ໃຊ້ເອກະສານ​ແນະນຳ​ລະອຽດ​ການ​ປະຕິບັດ​ກົດໝາຍ, ລັດຖະບັດ​ຍັດ​ຂອງ​ລັດຖະບານ​ປີ 2014 ກໍ່​ຄື​ເຫັນ​ດີ​ເປັນ​ເອກະສັນ​ຕໍ່ໜ້າ​ທີ່​ປີ 2015.

  ກ່າວ​ຄຳ​ເຫັນ​ນະທີ່​ນີ້, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ຕີ​ລາຄາ​ການ​ປະຕິບັດ​ໂຄງການສ້າງ​ຮ່າງ​ກົດໝາຍ, ລັດຖະບັນຍັດ​ປີ 2014 ມີ​ຄວາມ​ພະຍາຍາມ​, ກ້າວໜ້າຫຼາຍ​ຢ່າງທັງ​ດ້ານ​ຈຳນວນ​ເອກະສານ​ຍື່ນ​ສະ​ເໜີ​ປະກາດ​ໃຊ້ ​ແລະ ຄຸນ​ນະພາ​ບຕາມ​ເນື້ອ​ໃນ​ຈິດ​ໃຈ​ຖືກຕ້ອງ​ຕາມ​ລັດຖະທຳມະນູນ, ກົດໝາຍ ​ແລະ ມີ​ລັກສະນະ​ເປັນ​ໄປ​ໄດ້. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ສະ​ເໜີ​ວ່າ: ​ເມື່ອ​ນຳ​ບັນດາ​ຮ່າງກົດໝາຍ​ເຂົ້າ​ໂຄງການ, ບັນດາ​ຫົວໜ່ວຍ​ຕ້ອງ​ຊັ່ງຊາ​ຄວາມ​ຈຳ​ເປັນ​ຕ້ອງ​ປັບປຸງ ​ແລະ ລັກສະນະ​ເປັນ​ໄປ​ໄດ້​ເພື່ອ​ພະຍາຍາມ​ປະຕິບັດ; ບັນດາ​ອົງການ​ຮັບ​ຟັງ​ຄຳ​ເຫັນ​ຖືກຕ້ອງ, ​ເໝາະ​ສົມ​ເພື່ອ​ປັບປຸງ​ໃຫ້​ສອດຄ່ອງ, ສ້າງ​ເປັນສົມ​ບູນ​ແບບ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ຖືກຕ້ອງ​ຕາມ​ຂັ້ນຕອນ, ​ເວລາ, ຮັບປະກັນຄຸນ​ນະພາບ

ກອງ​ປະຊຸມ​ກໍ່​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ວິວັດ​ການ​ປະຕິບັດ​ມະຕິ​ເລກທີ 19 ຂອງ​ລັດຖະບານ​ກ່ຽວ​ກັບ​ບັນດາ​ໜ້າ​ທີ່, ມາດ​ຕະການ​ຕົ້ນຕໍ ​ເພື່ອ​ປັບ​ປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​​ແກ່ງ​ແຍ້​ງຂອງປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ:

        “ສືບ​ຕໍ່​ປະຕິບັດ​ມະຕິ​ເລກທີ 19, ​ເຮັດ​ສິ່ງ​ດັ່ງກ່າວ​ໃຫ້​ໄດ້, ພວກ​ເຮົາ​ຈຶ່ງ​ສາມາດ​ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການແກ່ງ​ແຍ້​ງ, ສະພາບ​ແວກ​ລ້ອມ​​ແຫ່ງ​ການດຳ​ເນີນ​ທຸລະ​ກິດ, ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃຫ້​ແກ່​ປະ​ເທດ​ຊາດ​ໄດ້. ຕົ້ນ​ປີໜ້າ​ຕ້ອງ​ເປີດ​ເຜີຍ​ຜົນ​ແຫ່ງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິ​ຫານ​ປີ 2014 ຂອງ​ກະຊວງ, ທ້ອງ​ຖີ່​ນຕ່າງໆ“.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ ​ແລະ ທ້ອງ​ຖີ່​ນຕ່າງໆສືບ​ຕໍ່​ຍືດໝັ້ນ, ປະຕິບັດ​ການ​ປັບ​ປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ, ລະອຽດ​ໃນ​ປີ 2015, ຖື​ວ່າ​ນີ້​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ​ເປັນ​ປະຈຳ​ໃນ​ປີໜ້າ. ພິ​ເສດ​ແມ່ນ​ຕ້ອງ​ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ເພື່ອ​ຫຼຸດຜ່ອນ​ເວລາ​ເຮັດ​ລະບຽບ​ການ, ຫຼຸດຜ່ອນ​ບັນຈຸ​ພະນັກງານ ​ແລະ ຈຳກັດ​ໄພ​ຫຍໍ່​ທໍ້… ./.

ຂ່າວ/ບົດ​ອື່ນ