ກອງປະຊຸມຜັນຂະຫຍາຍວຽກງານອະໄພຍະໂທດປີ 2013

ກອງປະຊຸມຜັນຂະຫຍາຍວຽກງານອະໄພຍະໂທດປີ 2013 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ,
ປະທານ​ສະພາ​ປຶກສາ​ອະ​ໄພ​ຍະ​ໂທດ​ປີ 2013
(ພາບ: chinhphu.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 29/07, ຢູ່​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ອະ​ໄພ​ຍະ​ໂທດ​ປີ 2013 ​ແລະ ສະຫຼຸບ 1 ປີ​ແຫ່​ງການ​ຜັນ​ຂະຫຍາຍ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ສະຫຼຸບ​ວຽການ​ສືບສວນ, ກວດກາ​ສະພາບ​ຜູ້ປະຕິບັດສຳເລັດຄຳຕັດສິນຂອງສານທີ່ກັບ​ເມືອ​ບ້ານອາໄສຢູ່ທ້ອງຖີ່ນ. ສະຫຼຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ, ປະທານ​ສະພາ​ປຶກສາ​ອະ​ໄພ​ຍະ​ໂທດ​ປີ 2013 ຖື​ວ່າ, ​ໃນ​ຊຸມ​ປີຜ່ານມາ ພວກ​ເຮົາ​ໄດ້​ຊາບ​ຊືມ ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ອະ​ໄພ​ຍະ​ໂທດ​ເປັນ​ຢ່າງ​ດີ, ຖືກ​ຕາມ​ຂັ້ນຕອນ ຮັບປະກັນ​ລັກສະນະ​ເປີດ​ເຜີຍ​ ແລະ ຖືກກັບ​ເປົ້າ​ໝາຍ. ຜ່ານ​ການ​ອະ​ໄພ​ຍະ​ໂທດ, ສົ່ງ​ເສີມ​ບັນດາ​ນັກ​ໂທດ​ຮໍ່າຮຽນ, ອອກ​ແຮງ​ງານ, ປະຕິ​ບັດ​ຂໍ້​ກຳນົດ​ຂອງ​ຄຸກ​ເປັນ​ຢ່າງ​ດີ ​ເພື່ອ​ໄດ້​ຮັບ​ອະ​ໄພ​ຍະ​ໂທດ​ກັບ​ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບປະຊາ​ຄົມໂດຍໄວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ ຄຸກ​ຕ້ອງ​ມີປະຊາທິປະ​ໄຕ, ​ເປີ​ດ​ເຜີຍ ໂປ່ງໃສ, ປະຕິບັດ​ການ​ອະ​ໄພ​ຍະ​ໂທດ​ໃຫ້​ຖືກ​ຕາມ​ຂໍ້ກຳນົດ; ຮັບປະກັນ​​ໃຫ້ບັນດານັກ​ໂທດ​​ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ຈະໄດ້ຮັບການອະໄພຍະໂທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ສະ​ເໜີ​ວ່າ.

        “ບັນດາ​ກະຊວງ, ທ້ອງ​ຖິ່ນ ອີ​ງໃສ່​ກົດໝາຍ ​ແລະ ບັນດາ​ຂໍ້​ຕົກລົງ​ຂອງ​ແຕ່ລະ​ຂະ​ແໜງ, ​ແຕ່ລະ​ທ້ອງ​ຖິ່ນເພືອປະຕິບັດ​ຢ່າງ​​ເຂັ້ມ​ງວດ. ຕຳຫຼວດ​ເຮັດວຽກ​ງານ​ເປັນ​ເສນາ​ທິການ​​ໃຫ້ເປັນ​ຢ່າງ​ດີ ​ໂດຍ​ອີ່​ງ​ໃສ່​ພາລະ​ໜ້າ​ທີ່​ຂອງ​ຕົນ; ຊາບ​ຊືມ​ໃຫ້​ທົ່ວ​ຂະ​ແໜງ​ກ່ຽວກັບຂໍ້ຕົກລົງ​ອະ​ໄພ​ຍະ​ໂທດ​ຂອງ​ປະທານ​ປະ​ເທດ; ຫ້າມ​ທຸກ​ການ​ກະທຳ​ແຊກ​ແຊງ​ໃນ​ການ​ອະ​ໄພ​ຍະ​ໂທດ​ຄັ້ງ​ນີ້. ຖ້າ​ຫາກ​ພົບ​ເຫັນ​ບ່ອນ​ໃດ​ລະ​ເມີດ​ຈະ​ລົງໂທດ​ຢ່າງ​ເຂັ້ມ​ງວດ​...”

ຂ່າວ/ບົດ​ອື່ນ