ກອງປະຊຸມຜູ້ປະຈຳການຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້, ແມ່ນຕ້ອງສືບຕໍ່ປະຕິບັດຢ່າງຍາວນານ
ກອງປະຊຸມຜູ້ປະຈຳການຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ນຳກອງປະຊຸມ
(ພາບ: TTXVN)

        ວັນທີ 22 ພະຈິກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ (ຄະນະຊີ້ນຳ), ຢູ່ ຮ່າໂນ້ຍ.

        ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້, ແມ່ນຕ້ອງສືບຕໍ່ປະຕິບັດຢ່າງຍາວນານ, ຄົ້ນຄວ້າກົດໝາຍ, ບັນດາກົນໄກນະໂຍບາຍເພື່ອໃຫ້ມີມາດຕະການທີ່ຖືກຕ້ອງ, ບັນລຸປະສິດທິຜົນ.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ ໄດ້ປະຕິບັດນັບມື້ນັບດີຂຶ້ນ, ມີບົດຮຽນຫຼາຍຢ່າງຕື່ມອີກ; ຕ້ອງສ້າງທິດສະດີກ່ຽວກັບພາລະກິດປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ຂອງ ຫວຽດນາມ. ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຕ້ອງຄົ້ນຄວ້າ, ສະເໜີ, ເພີ່ມເຕີມ, ດັດປັບກົດໝາຍໃຫ້ສອດຄ່ອງກັບສະພາບຕົວຈິງ. ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ ຕ້ອງສືບຕໍ່ມີການແນະນຳລະອຽດກ່ຽວກັບພາລະບົດບາດ, ໜ້າທີ່ຂອງຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ຢູ່ບັນດາທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ