ກອງປະຊຸມພະນັກງານທົ່ວປະເທດຜັນຂະຫຍາຍທິດທາງບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ12

ກອງປະຊຸມພະນັກງານທົ່ວປະເທດຜັນຂະຫຍາຍທິດທາງບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ12 - ảnh 1
ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ຈັດກອງ​ປະ​ຊຸມ​ພະ​ນັກ​ ງານ​ທົ່​ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ທິດ​ທາງ​ບຸກ​ຄະ​ລາ​ກອນ​ຄະ​ນະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ​ຊຸດ​ທີ 12
(vovworld) - ວັນ​ທີ 28/5, ຢູ່​ຮ່າ​ໂນ​້ຍ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ຈັດກອງ​ປະ​ຊຸມ​ພະ​ນັກ​ງານ​ທົ່​ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ທິດ​ທາງ​ບຸກ​ຄະ​ລາ​ກອນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 .              ກ່າວ​ຄຳ​ເຫັນ​ຊີ້​ນຳກອງ​ປະ​ຊຸມ, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຊີ້​ແຈ້ງ​ເລື່ອງ​ກະ​ກຽມ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ຮ​ັບ​ໃຊ້​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ, ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ມີ​ຄວາມ​ໝາຍ​ສຳ​ຄັນ ແລະ ແມ່ນ​ບັນ​ຫາ​ມີ​ລັກ​ສະ​ນະ​ຕັດ​ສິນ​ເຖິງ​ແນວ​ທາງ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ສະ​ເໜີ​ບັນ​ດາ​ຄະ​ນະ​ພັກ​ແຂວງ, ນະ​ຄອນ​ຕ້ອງ​ຄົ້ນ​ຄ້​ວາ​ຢ່າງ​ເລິກ​ເຊິ່ງ ,ກຳ​ແໜ້ນ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ຂອງ​ສູນ​ກາງ, ດຳ​ເນີນ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ເທື່ອ​ລະ​ກ້າວ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຊີ້​ແຈ້ງວ່າ :

     “ ຄວນ​ຊາບ​ຊຶມ​ຜັນ​ຂະ​ຫຍາຍ​ຢູ່​ຂັ້ນ​ລຸ​່ມ, ຕ້ອງ​ເນັ້ນ​ໜັກ​ຢ່າງ​ສູງ​ກ່ຽວ​ກັບ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ກຳ​ແໜ້ນຫຼັກ​ການ. ຈິດ​ໃຈ​ຂອງ​ບັນ​ດາ​ນັກ​ກອມ​ມູ​ນິດ ແມ່ນ​ຕ້ອງ​ຖື​ຜົນ​ປະ​ໂຫຍດ​ຂອງ​ພັກ, ຂອງ​ປະ​ເທດ​ຊາດ​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ. ກ່ອນ​ອື່ນ​ໝົດ​ແມ່ນບໍ່​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ຕ້ອງ​ມີ​ຈິດ​ໃຈ​ທ່ຽງ​ທຳ, ໂປ່ງ​ໃສ, ພາວ​ະ​ວິ​ໄສ. ການກໍ່ສ້າງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ນຳ​ພາ​ສູງ​ສຸດ​ຢູ່​ຂັ້ນ​ຕ່າງໆ ແລະ ພິ​ເສດ​ແມ່ນ​ສູນ​ກາງ ຕ້ອງ​ໂປ່ງ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ ”

ຂ່າວ/ບົດ​ອື່ນ