ກອງປະຊຸມພາກພື້ນອາຊີ-ປາຊີຟິກກ່ຽວກັບການຮັກສາສັນຕິພາບຈະດຳເນີນໄປຢູ່ອິນໂດເນເຊຍ
(ພາບປະກອບ)
(vovworld) - ຕາມແຈ້ງການທາງການຂອງກະຊວງການຕ່າງປະເທດອິນໂດເນເຊຍ ແລ້ວ, ວັນທີ 27 – 28/07 ຈະມາເຖິງ, ກອງປະຊຸມພາກພື້ນອາຊີ-ປາຊີຟິກກ່ຽວກັບການຮັກສາສັນຕິພາບຈະຈັດຕັ້ງຢູ່ນະຄອນຫຼວງ ຈາກາກຕາ. ເຫດການນີ້ແມ່ນສ່ວນໜຶ່ງໃນບັນດາກອງປະຊຸມຄ້າຍຄືກັນທີ່ກ່ຽວຂ້ອງເຖິງເລື່ອງຮັກສາສັນຕິພາບຢູ່ບັນດາພາກພືນອື່ນໆຄື: ເອີລົບ, ທະວີບອາເມລິກາ ແລະ ອາຟລິກາ. ບັນດາເຂົ້າໜ້າທີ່ຂັ້ນສູງທີ່ມາຈາກປະມານ 30 ປະເທດ, ໃນນັ້ນມີ 5 ສະມາຊິກປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດຈະເຂົ້າຮ່ວມ. ດ້ວຍຫົວຂໍ້ວ່າ “ເພີ່ມທະວີຄວາມສາມາດຮັບມື ແລະ ການກະທົບຂອງບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ”, ຄາດວ່າ, ກອງປະຊຸມຈະລະດົມເພີມທະວີການໜູນຊ່ວຍ ແລະ ການປະກອບຄວາມສາມາດບົ່ມຊ້ອນຂອງກອງທັບຈາກບັນດາປະເທດໃນພາກພື້ນອາຊີ - ປາຊີຟິກ ໃຫ້ແກ່ພາລະໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ.