ກອງປະຊຸມລັດຖະມົນຕີASEMຄັ້ງທີ12
(ພາບປະກອບ)
(vovworld) – ວັນທີ 05/11, ຢູ່ລຸກຊຳບວກ, ໄດ້ດຳເນີນກອງປະຊຸມລັດຖະມົນຕີເວທີປາໄສຮ່ວມມືອາຊີ - ເອີລົບ (ASEM) ຄັ້ງທີ 12, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 30 ປະເທດເອີລົບ ແລະ 21 ປະເທດອາຊີ ພ້ອມກັບເລຂາທິການໃຫຍ່ອາຊຽນ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຟ້າມແທງເຊີນ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກອງປະຊຸມລັດຖະມົນຕີ ASEM ຄັ້ງທີ 12 ແມ່ນໂອກາດສຳຄັນເພື່ອໃຫ້ລັດຖະມົນຕີບັນດາປະເທດອາຊີ ແລະ ເອີລົບ ພ້ອມກັນຢືນຢັນການຮ່ວມມື ແລະ ການເຈລະຈາລະຫວ່າງ 2 ພາກພື້ນ. ດ້ວຍຫົວຂໍ້ “ພ້ອມກັນຮ່ວມມືເພື່ອອະນາຄົດໝັ້ນຄົງ ແລະ ປອດໄພ”, ກອງປະຊຸມລັດຖະມົນຕີ ASEM ຄັ້ງທີ 12 ລວມມີວາລະປຶກສາຫາລື 3 ຄັ້ງ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ, ຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ; ການເຊື່ອມຕໍ່ ແລະ ອະນາຄົດ ASEM ແລະ ບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຟ້າມແທງເຊີນ ໄດ້ມີບົດກ່າວປາໄສທີ່ກອງປະຊຸມຄົບຄະນະໃນຕອນເຊົ້າວັນທີ 05/11, ກ່ຽວກັບຫົວຂໍ້ ການປ່ຽນແປງຂອງດິນຟ້າອາກາດ.