ກອງ​ປະ​ຊຸມ​ສຸດຍອດ MERCOSUR ບໍ່​ສາ​ມາດ​ອອກ​ຖະ​ແຫຼງ​ການ​ຮ່ວມ​ ຍ້ອນເກີດ​ຄວາມ​ບໍ່​ລົງ​ລອຍ​ກັນ

(VOVWORLD) -ຕໍ່ໜ້າການຄັດຄ້ານດັ່ງກ່າວຂອງ ອູຣູກວາຍ, ສຸດທ້າຍກອງປະຊຸມມີແຕ່ອອກແຈ້ງການສື່ມວນຊົນ ໂດຍມີລັດຖະບານ ອາກຊັງຕິນ, ບຣາຊິນ ແລະ ປາຣາກວາຍ ໄດ້ລົງນາມເທົ່ານັ້ນ.

        ວັນທີ 17 ທັນວາ, ກອງປະຊຸມສຸດຍອດ ກຸ່ມຕະຫຼາດ ອາເມລິກາ ໃຕ້ (MERCOSUR) ໄດ້ອັດລົງຢູ່ ບຣາຊິນ ແຕ່ບໍ່ສາມາດອອກຖະແຫຼງການຮ່ວມ ຍ້ອນເກີດຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດສະມາຊິກທີ່ກ່ຽວຂ້ອງເຖິງການປະຕິບັດການເຈລະຈາການຄ້າກັບຄູ່ຮ່ວມມືພາຍນອກ, ບໍ່ຫົວຊາຕໍ່ການຕົກລົງຈັດວາງອັດຕາພາສີລວມ ສຳລັບສິນຄ້າທຸກປະເພດທີ່ນຳເຂົ້າຈາກພາຍນອກ (AEC).

        ພາຍຫຼັງໂຮມປະຊຸມກັນຢູ່ນະຄອນຫຼວງ Brasilia ຂອງ ບຣາຊິນ ເປັນເວລາ 2 ວັນ, ບັນດາປະເທດກໍໄດ້ເຫັນດີເຫັນພ້ອມຕໍ່ບັນຫາກ່ຽວຂ້ອງເຖິງພາສີ AEC, ຕາມນັ້ນແລ້ວ ແມ່ນຫຼຸດ 10% ພາສີ AEC ສຳລັບສິນຄ້າສ່ວນຫຼາຍທີ່ນຳເຂົ້າຈາກພາກນອກ. ເຖິງຢ່າງໃດກໍຕາມ, ສະເພາະ ອູຣູກວາຍ ໄດ້ຍົກອອກເງື່ອນໄຂເພື່ອລົງນາມໃນຖະແຫຼງການຮ່ວມວ່າ ບັນດາປະເທດສະມາຊິກທີ່ຍັງເຫຼືອ ຕ້ອງເຫັນດີເອົາໃສ່ໃນເອກະສານກ່ຽວກັບການອະນຸຍາດໃຫ້ Montevideo ເລີ່ມດຳເນີນການເຈລະຈາ ສັນຍາການຄ້າເສລີເອກະລາດ ສະບັບຕ່າງໆ ໂດຍປາສະຈາກການເຂົ້າຮ່ວມຂອງບັນດາປະເທດສະມາຊິກທີ່ຍັງເຫຼືອ. ສິ່ງດັ່ງກ່າວໄປຝືນກັບຫຼັກການຂອງ MERCOSUR ທີ່ກຳລັງໃຊ້ໃນປັດຈຸບັນ ນັ້ນແມ່ນ ບັນດາປະເທດສະມາຊິກ ບໍ່ມີສິດເຈລະຈາສັນຍາການຄ້າເສລີ ກັບຄູ່ຮ່ວມມືພາຍນອກຕາມລຳພັງໃຈ. ຕໍ່ໜ້າການຄັດຄ້ານດັ່ງກ່າວຂອງ ອູຣູກວາຍ, ສຸດທ້າຍກອງປະຊຸມມີແຕ່ອອກແຈ້ງການສື່ມວນຊົນ ໂດຍມີລັດຖະບານ ອາກຊັງຕິນ, ບຣາຊິນ ແລະ ປາຣາກວາຍ ໄດ້ລົງນາມເທົ່ານັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ