ພາບປະກອບ
|
(vovworld)- ກອງປະຊຸມສຸດຍອດເວທີປາໄສ ການຮ່ວມມືເສດຖະກິດພາກພື້ນອາຊີ-ປາຊີຟິກ ຄັ້ງທີ 24 (APEC-24) ຄາດວ່າຈະເນີນໃນລະຫວ່າງ ວັນທີ 19-20/11 ຢູ່ນະຄອນຫຼວງ Lima ຂອງເປຣູ. ນີ້ແມ່ນໂອກາດ ເພື່ອໃຫ້ບັນດາການນຳ ມາຈາກ 21 ພື້ນຖານເສດຖະກິດສະມາຊິກ, ໃນນັ້ນມີຫວຽດນາມ, ໄດ້ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບມາດຕະການຊຸກຍູ້ດ້ານການຄ້າ ແລະ ການລົງທຶນ ໃນພາກພື້ນ. ເມື່ອຕອບສຳພາດນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳສິງກະໂປ, ເນື່ອງໃນໂອການນີ້ ທ່ານ ປອ. Alan Bollard ຜູ້ອຳນວຍການບໍລິຫານຄະນະເລຂາ APEC ໄດ້ຕີລາຄາສູງບົດບາດ ແລະ ທິດທາງຂອງ APEC ເພື່ອແນໃສ່ດັດປັບໃຫ້ແທດເໝາະກັບບັນດາການປ່ຽນແປງ ທີ່ພວມເກີດຂື້ນຢູ່ພາກພື້ນ ກໍ່ຄືບົດບາດຂອງຫວຽດນາມ ໃນວິວັດການດັ່ງກ່າວ. ທ່ານ ປອ. Alan Bollard ເນັ້ນໜັກວ່າ: ຫວຽດນາມ ແມ່ນສະມາຊິກຂອງປະຊາຄົມເສດຖະກິດອາຊຽນ ແລະ ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ APEC ໃນ ປີ 2017. ດັ່ງນັ້ນ ນັບແຕ່ເດືອນ 12 ທີ່ຈະມາເຖິງ ຈະຈັດຕັ້ງບັນດາກອງປະຊຸມຢູ່ຫວຽດນາມ ແລະ ກຸ່ມປະຕິບັດງານຫຼາຍກຸ່ມ ຈະພ້ອມກັນປຶກສາຫາລືຂໍ້ລິເລີ່ມຕ່າງໆ ເຊິ່ງ APEC ພວມຢາກໝູນໃຊ້ ເພື່ອແນໃສ່ຮັກສາການເຊື່ອມຕໍ່ ລະຫວ່າງ ບັນດາພື້ນຖານເສດຖະກິດສະມາຊິກ.