ກອງປະຊຸມສຸດຍອດG7ດ້ວຍໂຄງການດຳເນີນງານລວມມີຫຼາຍຂົງເຂດ

ກອງປະຊຸມສຸດຍອດG7ດ້ວຍໂຄງການດຳເນີນງານລວມມີຫຼາຍຂົງເຂດ - ảnh 1
ບັນ​ດາ​ການ​ນຳ G7 (ພາບ​ປະ​ກອບ)

(vovworld) – ​​​​ຄາ​ດ​ວ່າ, ໃນການ​ປະ​ຊຸມ 2 ວັນ​ຢູ່​ນະ​ຄອນ Garmisch – Partenkirchen, ​ເຂດຕອນໃຕ້​ສຸດ​ຂອງ ເຢຍ​ລະ​ມັນ, ບັນ​ດາ​ການ​ນຳ G7, ເຊິ່ງ​ລວມ​ມີ: ເຢຍ​ລະ​ມັນ, ອັງ​ກິດ, ກາ​ນາ​ດາ, ຝ​ຣັ່ງ, ອີ​ຕາ​ລີ, ຍີ່​ປຸ່ນ ແລະ ອາ​ເມ​ລິ​ກາ, ​ຈະສຸ​ມ​ໃສ່​ປຶ​ກ​ສາ​ຫາ​ລື​ບາງ​ເນື້ອ​ໃນ​ຕົ້ນ​ຕໍ​ຄື: ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ໜູນ​ຊ່ວຍ​ການ​ພັດ​ທະ​ນາ… ນອກ​ຈາກນັ້ນ, G7 ກໍ່​ຈະ​ປຶກ​ສາ​ຫາ​ລື​ຊອກ​ຫາ​ທິດ​ແກ້​ໄຂ​ໃຫ້​ບັນ​ດາ​ຈຸດ​ເຄັ່ງຮ້ອ​ນ​ ແລະ ​ການປະ​ທະ​ກັນ​ໃນ​ໂລກ, ຄື​ວິ​ກິດ​ການ ຢູ​ແກຼນ ແລະ ການ​ພົວ​ພັນ​ກັ​ບ ລັດ​ເຊຍ, ບັນ​ຫາ​ໜີ້​ສາ​ທາ​ລະ​ນະ​ຢູ່ ເກຼັກ, ສະ​ພາບ​ການ​ຕາ​ເວັນ​ອອກ​ກາງ… ຕາມ​ໂຄງ​ການ​ດຳ​ເນີນ​ງານ​ແລ້ວ, ວາ​ລະ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ບັນ​ດາ​ການ​ນຳ G7 ​ຈະດຳ​ເນີນ​ໃນ​ວັນ​ທີ 7/6 (ຕາມ​ເວ​ລາ ຮ່າ​ໂນ້ຍ). ຕອນ​ຄ່ຳ​ວັນ​ດຽວກ​ັນ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Merkel ​ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama. ໃນ​ວັນ​ຈັນ ທີ 8/6, ບັນ​ດາ​ກາ​ນ​ນຳ G7 ຈະ​ປະ​ຊຸມ​ເປີດ​ກ້​ວາງ​ກັບ​ບັນ​ດາ​ຜູ້​ນຳອົງ​ການ ສ​ປ​ຊ, ທະ​ນາ​ຄານ​ໂລກ, ອົງ​ການ​ການ​ຄ້າ​ໂລກ, ອົງ​ການ​ແຮງ​ງານ​ສາ​ກົນ… ກໍ່​ຄື​ການນ​ຳ​ບາງ​ທ່ານ​ທີ່​ມາ​ຈາກ ອາ​ຟ​ຣີ​ກາ.
ຂ່າວ/ບົດ​ອື່ນ