ກອງ​ປະ​ຊຸມ​ສຸດຍອດ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ສ.ເກົາຫຼີ

(VOVWORLD) - ປັດຈຸບັນ, ຫວຽດນາມດຶງດູດວິສາຫະກິດ FDI ໄດ້ 29.000 ແຫ່ງທີ່ມາຈາກ 130 ປະເທດ ແລະ ເຂດແຄ້ວນມາລົງທຶນຢູ່ ຫວຽດນາມ ດ້ວຍຄຳໝັ້ນສັນຍາຈະລົງທຶນປະມານ 357 ຕື້ USD. ຫວຽດນາມພວມກາຍເປັນຈຸດນັດພົບທີ່ມີຄວາມປອດໄພໃຫ້ແກ່ບັນດານັກລົງທຶນ.

ກອງ​ປະ​ຊຸມ​ສຸດຍອດ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ສ.ເກົາຫຼີ - ảnh 1 ທ່ານຮອງນາຍົກລັດຖະມົນ ຫວຽດນາມ ຈິ້ງດິ່ງຢຸງກ່າວຄຳເຫັນທີ່ ກອງປະຊຸມ (ພາບ: VGP)

ຕອນເຊົ້າ ວັນທີ 9 ພະຈິກ, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດດຳເນີນທະລຸກິດ ຫວຽດນາມ - ສ.ເກົາຫຼີ, ທ່ານຮອງນາຍົກລັດຖະມົນ ຫວຽດນາມ ຈິ້ງດິ່ງຢຸງ ຢັ້ງຢືນວ່າ: ຫວຽດນາມຖືຜົນສຳເລັດຂອງບັນດາວິສາຫະກິດ ສ.ເກົາຫຼີແມ່ນຜົນສຳເລັດຂອງບັນດາວິສາຫະກິດພາຍໃນປະເທດ, ພ້ອມທັງໃຫ້ຮູ້ວ່າ, ໃນອະນາຄົດການພົວພັນຮ່ວມມືຫວຽດນາມ ແລະ ສ.ເກົາຫຼີແມ່ນຂຶ້ນກັບວິໄສທັດ, ເຈດຈຳນົງຍືນຕົວຂຶ້ນ ແລະ ຄວາມຂະຫຍັນຂັນເຄື່ອນ, ການປະດິດສ້າງ ຂອງຖັນແຖວນັກທຸລະກິດ 2 ປະເທດ. ກອງປະຊຸມຄັ້ງນີ້ໂດຍແມ່ນຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລະ ຄະນະກຳມະການປະຊາຊົນແຂວງກ໋ວາງນາມ ສົມທົບກັນຈັດຕັ້ງ ຢູ່ເຂດເສດຖະກິດເປີດ ຈູລາຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຈິ້ງດິ່ງຢຸງ ໃຫ້ຮູ້ວ່າ:   

        ດ້ວຍເປົ້າໝາຍຍົກວົງເງິນການຄ້າກັບ ສ.ເກົາຫຼີຂຶ້ນເປັນ 100 ຕື້ USD ໃນປີ 2020ນັ້ນ, ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນດ້ານການຄ້າສອງຝ່າຍຕາມທິດເທົ່າທຽມກັນ. ຫວຽດນາມປາດຖະໜາຢາກໃຫ້ ສ.ເກົາຫຼີສ້າງເງື່ອນໄຂສະດວກກ່ວາອີກເພື່ອໃຫ້ ຜະລິດຕະພັນການກະເສດ - ສິນໃນນ້ຳ ແລະ ບັນດາຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມຄື ເຄື່ອງຕັດຫຍິບ, ຜະລິດຕະພັນໄມ້, ຢາງພາລາ…ໄດ້ສຳຜັດກັບຕະຫຼາດ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ