ທ່ານນາຍົກລັດຖະມົນຕີ Nguyen Tan Dung ທີ່ກອງປະຊຸມ
(ພາບ:chinhphu.vn)
ຕອນບ່າຍວັນທີ 20/11, ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 7 (EAS)ທີ່ກອງປະຊຸມ, ການນຳບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືທີ່ກ່ຽວຂ້ອງ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາທີ່ມີຄວາມສຳຄັນທາງດ້ານຍຸດທະສາດ ເຊິ່ງກ່ຽວຂ້ອງເຖິງສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ; ສຳຫຼວດກວດກາ ແລະ ກຳນົດທິດເຄື່ອນໄຫວຂອງ EAS ໃນຕໍ່ໜ້າ ກໍ່ຄືການຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດບຸລິມາສິດຄືພະລັງງານ, ການເງິນ, ການຄວບຄຸມໄພທຳມະຊາດ, ການສຶກສາ, ໂລກລະບາດ ແລະ ຜັນຂະຫຍາຍການເຊື່ອມຈອດອາຊຽນ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເໜີໃຫ້ບັນດາປະເທດຄູ່ຮ່ວມມື EAS ສືບຕໍ່ໜູນຊ່ວຍແຫຼ່ງກຳລັງ ແລະ ສົ່ງເສີມບັນດາວິສາຫະກິດພາກເອກະຊົນ ພ້ອມກັນເຂົ້າຮ່ວມຜັນຂະຫຍາຍການເຊື່ອມຈອດ, ດ້ວຍບັນດາຮູບການທີ່ເໝາະສົມຄື ຄູ່ຮ່ວມມືພາກລັດ - ພາກເອກະຊົນ (PPP). ແລກປ່ຽນ, ເພີ່ມທະວີການຮ່ວມມືຮັບມືກັບສິ່ງທ້າທາຍຕ່າງໆ ເຊິ່ງພາກພື້ນພວມປະເຊີນໜ້າຄືໄພທຳມະຊາດ, ຄວາມສະຫງົບປອດໄພໃນການເດີນທະເລ, ການກໍ່ການຮ້າຍ, ອາດສະຍາກຳຂ້າມຊາດ…
ສິ້ນສຸດກອງປະຊຸມ, ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ EAS ໄດ້ຮັບຮອງເອົາຖະແຫຼງການ EAS ກ່ຽວກັບຂໍ້ລິເລີ່ມພັດທະນາອາຊີຕາເວັນອອກ ແລະ ຖະແຫຼງການ EAS ກ່ຽວກັບການຕ້ານໄຂ້ຍຸງ, ພ້ອມທັງເລີ່ມຕົ້ນການເຈລະຈາກ່ຽວກັບຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEF) ຢ່າງເປັນທາງການ. ຕອນບ່າຍຂອງວັນດຽວກັນ, ໄດ້ດຳເນີນພິທີອັດກອງປະຊຸມສຸດຍອດອາຊຽນຄັ້ງທີ 21.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 20/11, ທ່ານນາຍົກລັດຖະມົນຕີ Nguyen Tan Dung ພ້ອມກັບການນຳບາງປະເທດອາຊຽນ ແລະ ຄູ່ຮ່ວມມືໄດ້ເຂົ້າຮ່ວມການເຈລະຈາທົ່ວໂລກ ອາຊຽນ. ກ່າວຄວາມເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຖືວ່າ, ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ປະເທດຕ່າງໆພ້ອມກັນແລກປ່ຽນ, ແບ່ງປັນຄວາມເຫັນ ກ່ຽວກັບບັນດາບັນຫາເສດຖະກິດພາກພື້ນ ແລະ ທົ່ວໂລກ, ກໍ່ຄືການທ້າທາຍອື່ນໆທີ່ພວມພົ້ນເດັ່ນຂຶ້ນ; ພ້ອມທັງຍົກສູງບົດບາດທີ່ຕັ້ງໜ້າຂອງອາຊຽນ ແລະ ພາກພື້ນອາຊີຕາເວັນອອກ, ໃນການປະກອບສ່ວນເຂົ້າໃນຄວາມມານະພະຍາຍາມກໍ່ສ້າງພາກພື້ນພັດທະນາສະຖຽນລະພາບ ແລະ ຈະເລີນເຕີບໂຕ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢັ້ງຢືນວ່າ, ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ, ໃຫ້ເໝາະສົມກັບເງື່ອນໄຂຂອງປະເທດ, ບົນພື້ນຖານສະໝັກໃຈ ແລະ ຮັບປະກັນຈຸດໝາຍພັດທະນາຢ່າງໝັ້ນຄົງ. “
ແລະກໍ່ໃນຕອນເຊົ້າວັນທີ 20/11, ທ່ານນາຍົກລັດຖະມົນຕີ Nguyen Tan Dung, ພ້ອມກັບການນຳບັນດາປະເທດອາເມລິກາ, ບຮູໄນ, ມາເລເຊຍ, ສິງຄະໂປ, ນິວຊີແລນ ແລະ ອົດສະຕາລີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດບໍ່ເປັນທາງການ ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຍຸດທະສາດເຂດປາຊີຝິກ (TPP). ກ່າວຄວາມເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢັ້ງຢືນວ່າ, ຫວຽດນາມ ແບ່ງປັນຄວາມຕັດສິນໃຈລວມ ແລະ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເພື່ອສາມາດປະຕິບັດສຳເລັດການເຈລະຈາ. ທ່ານເນັ້ນໜັກວ່າ, ບັນດາສະມາຊິກຄວນສືບຕໍ່ຊຸກຍູ້ບັນດາຂໍ້ຕົກລົງທີ່ມີລັກສະນະສົມດູນ, ເພື່ອການພັດທະນາ ແລະ ໜູນຊ່ວຍບັນດາສະມາຊິກພວມພັດທະນາໃນການເຂົ້າຮ່ວມລະບົບຄຸນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ, ປະກອບສ່ວນຮັກສາລັກສະນະຂະຫຍັນຂັນເຄື່ອນ ແລະ ບົດບາດນຳໜ້າຂອງອາຊີ - ປາຊີຝິກ ໃນພື້ນຖານເສດຖະກິດໂລກ.