ກອງປະຊຸມສຸດຍອດເອີລົບຊອກຫາມາດຕະການແກ້ໄຂໃຫ້ບັນຫາອົບພະຍົບ

ກອງປະຊຸມສຸດຍອດເອີລົບຊອກຫາມາດຕະການແກ້ໄຂໃຫ້ບັນຫາອົບພະຍົບ - ảnh 1
ກອງປະຊຸມສຸດຍອດເອີລົບຊອກຫາ
ມາດຕະການແກ້ໄຂໃຫ້ບັນຫາອົບພະຍົບ
(ພາບປະກອບ: Geeskaafrika)


(vovworld) – ​ໃນ​ຂອບ​ເຂດກອງ​ປ​ະຊຸມ​ສຸດ​ຍອດ​ເອີ​ລົບ ຢູ່ Praha, ສ.​ເຊັກ​ໂກ. ວັນ​ທີ 13/11, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ “ກຸ່ມ 4 ຝ່າຍ Vysehrad” (ລວມມີ​ສ.​ເຊັກ​ໂກ, ​ໂປ​​ໂລ​ຍ, ຮຸງ​ກາຣີ ​ແລະ ສ​ໂລ​ວາ​ກີ) ​ແລະ ບັນດາ​ປະ​ເທດ​ຂຶ້ນ​ກັບ​ພາກ​ພື້ນທາງ​ທິດຕາ​ເວັນ​ອອກ​ແຫຼມ Balkan ​ໄດ້​ມີ​ການ​ພົບ​ປະ​ເພື່ອ​ແນ​ໃສ່​ຊອກຫາ​ສຽງ​ເວົ້າ​ລວມ​ກ່ຽວ​ກັບ​ບັນຫາ​ຊາວ​ອົບ​ພະຍົບຈາກ ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​​ເໜືອ. ທີ່​ບັນດາ​ການ​ພົບ​ປະ, ບັນດາ​ຝ່າຍ​ໄດ້​ລົງ​ນາມ​​ໃນ​ຂໍ້​ຕົກລົງສ້າງ​ຕັ້ງ​ກອງ​ທຶນ Balkan ຕາ​ເວັນ​ຕົກ ມິ​ສຳນັກງານ​ຕັ້ງ​ຢູ່​ນະຄອນຫຼວງ Tirana ຂອງ Albania. ຈຸດປະສົງ​ຂອງ​ກອງ​ທຶນ​ດັ່ງກ່າວ​ແມ່ນຟື້ນ​ຟູ​ການເຄື່ອນ​ໄຫວ​ຂອງວິວັດທະນາ​ການ​ເຂົ້າ​ຮ່ວມ​ສະຫະພາບ​ເອີ​ລົບ​ຄືນ​ໃໝ່ຂອງ​ບັນດາ​ປະ​ເທດທາງທິດຕາ​ເວັນ​ຕົກ Balkan, ພ້ອມ​ທັງ​ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປົກ​ປັກ​ຮັກສາ​ຊາຍ​ແດນ​ບັນດາ​ປະ​ເທດທາງທິດຕາ​ເວັນ​ຕົກ Balkan  ​ແລະ ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ສະພາບ​ແກ​ແສ​ຟອງ​ຊາ​ວອົບ​ພະຍົບ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ເອີ​ລົບ ຈາກພາກຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​​ເໜືອ.

ຂ່າວ/ບົດ​ອື່ນ