ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ 2017: ຜູ້ແທນຫວຽດນາມແນະນຳບົດປະກອບຄຳເຫັນ

(VOVWORLD) - ວັນທີ 12 ພຶດສະພາ, ເຊິ່ງແມ່ນວັນທີສອງຂອງກອງປະຊຸມສຸດຍອດແມ່ຍິງທົ່ວໂລກ 2017 ຢູ່ນະຄອນຫຼວງໂຕກຽວ, ບັນດາຜູ້ແທນຫວຽດນາມໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນທີ່ບັນດາວະລະປຶກສາຫາລືຂອງກອງປະຊຸມ. 
ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ 2017: ຜູ້ແທນຫວຽດນາມແນະນຳບົດປະກອບຄຳເຫັນ  - ảnh 1 ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ

ທີ່ກອງປະຊຸມ ດ້ວຍຫົວຂໍ້ “ ກ້າວຂຶ້ນຈາກເຫວເລິກ: ຟື້ນຟູຈາກບັນດາການປະລາໄຊຂອງວິສາຫະກິດ”, ປະທານກຸ່ມບໍລິສັດ TH True Milk ທ໋າຍເຮືອງ ໄດ້ມີບົດປະກອບຄຳເຫັນ “ True Happiness ” ແບ່ງປັນບັນດາບົດຮຽນຈາກມື້ເລີ່ມຕົ້ນກໍ່ສ້າງຈົນຮອດວິວັດການພັດທະນາ TH True Milk ກາຍເປັນເຄື່ອງໝາຍການຄ້າທີ່ມີອິດທິພົນຊື່ສຽງຢູ່ຫວຽດນາມ.

        ທີ່ວາລະປຶກສາຫາລື, ບັນດາຜູ້ແທນວິສາຫະກິດຍິງ ທີ່ມາຈາກອາເມລິກາ, ຍີ່ປຸ່ນ, ຟີລິບປິ່ນ ກໍ່ໄດ້ແນະນຳບົດປະກອບຄຳເຫັນ, ທົບທວນຄືນບັນດາຄວາມຫຍຸ້ງຍາກ, ພ້ອມທັງແບ່ງປັນບົດຮຽນຜ່ານຜ່າການທົດລອງ.

    

ຕອບກັບ

ຂ່າວ/ບົດ​ອື່ນ