ກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດມະຕິກ່ຽວກັບເລື່ອງເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຍົກອອກຄຳເຫັນກ່ຽວກັບການຍົກສູງກຳລັງກ່າວເຕືອນພະຍາກອນອຸຕຸນິຍົມອຸທົກກະສາດ ແລະ ການປ້ອງກັນຕ້ານໄພທຳມະຊາດ, ເລື່ອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດມະຕິກ່ຽວກັບເລື່ອງເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານ ຕັງເທເກື່ອງ, ຫົວໜ້າກົມການປ່ຽນແປງຂອງດິນຟ້າອາກາດທີ່ກອງປະຊຸມສຳມະນາ
(ພາບ: baotainguyenmoitruong.vn)

        ມາຮອດຈຸດເວລານີ້, ເປົ້າໝາຍລະອຽດທັງໝົດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງ ຫວຽດນາມ ທີ່ບັນລຸໄດ້, ໃນນັ້ນ, ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຕໍ່ GDP ໄດ້ລື່ນກາຍເປົ້າໝາຍທີ່ໄດ້ວາງອອກ. ນີ້ແມ່ນຂໍ້ມູນຂ່າວເຊິ່ງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ປະກາດທີ່ກອງປະຊຸມສຳມະນາຫົວເລື່ອງສະເພາະ ສະຫຼຸບ 10 ປີແຫ່ງການປະຕິບັດມະຕິກ່ຽວກັບເນື້ອໃນເລື່ອງເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຈັດຂຶ້ນໃນຕອນເຊົ້າວັນທີ 11 ສິງຫາ, ຢູ່ ຮ່າໂນ້ຍ.

  ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຍົກອອກຄຳເຫັນກ່ຽວກັບການຍົກສູງກຳລັງກ່າວເຕືອນພະຍາກອນອຸຕຸນິຍົມອຸທົກກະສາດ ແລະ ການປ້ອງກັນຕ້ານໄພທຳມະຊາດ, ເລື່ອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນ, ຕ້ານໄພທຳມະຊາດໃນໄລຍະໃໝ່, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.

        ຕາມບົດລາຍງານຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລ້ວ, ພາຍຫຼັງໄລຍະ 10 ປີແຫ່ງການປະຕິບັດ, ກຳລັງກ່າວເຕືອນພະຍາກອນ ອຸຕຸນິຍົມອຸທົກກະສາດຂອງ ຫວຽດນາມ ໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ ແລະ ບັນລຸລະດັບແຖວໜ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຊ່ວຍປ່ຽນແປງສະຕິຄວາມຮັບຮູ້ຂອງອຳນາດການປົກຄອງ ແລະ ປະຊາຄົມໃນເບື້ອງຕົ້ນ ກ່ຽວກັບເລື່ອງເປັນເຈົ້າການໃນການປ້ອງກັນ, ຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ