ກອງປະຊຸມສະຫຼຸບ 5 ປີ ແຫ່ງການກໍ່ສ້າງຊົນນະບົດໃໝ່ນະຄອນໂຮ່ຈີ່ມິນ

ກອງປະຊຸມສະຫຼຸບ 5 ປີ ແຫ່ງການກໍ່ສ້າງຊົນນະບົດໃໝ່ນະຄອນໂຮ່ຈີ່ມິນ - ảnh 1
ກອງປະຊຸມສະຫຼຸບ 5 ປີ ແຫ່ງການ
ກໍ່ສ້າງຊົນນະບົດໃໝ່ນະຄອນໂຮ່ຈີ່ມິນ
(ພາບ: VGP)

(vovworld)- ​​​ວັນ​ທີ 2/10, ເມື່ອ​ເຂົ້າ​ຮ່ວມ ແລະ ກ່າວຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະຫຼຸບ 5 ປີ​ແຫ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ວັນ​ນິ່ງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ເນັ້ນ​ໜັກ​ວ່າ: ບັນ​ດາ​ໝາກ​ຜົນ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ນະ​ຄອນ​ໂຮ່​ຈີ່​ມິນ​ໄດ້​ນຳ​ເອົາຫຼາຍ​ບົດ​ຮຽນ​ທີ່​ມີ​ຄຸນ​ຄ່າ​ມາ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ອື່ນ​ໃນ​ທົ່ວ​ປະ​ເທດ​ຮ່ຳ​ຮຽນ​ເອົາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ວັນ​ນິງ ເນັ້ນ​ໜັກ​ວ່າ :

ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ່​ມິນ ຈະ​ສືບ​ຕໍ່​ສາ​ມັກ​ຄີ, ເປັ​ນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ສູ້​ຊົນ ເພື່ອ​ບັນ​ລຸ​ໄດ້​ຫຼາຍໝາກ​ຜົນທີ່​ໃຫຍ່ຫຼວງກວ່າ​ອີກ. ສືບ​ຕໍ່​ເປັນ​ຄັນ​ທຸງທີ່​ນຳ​ໜ້າ, ເປັນ​ຕົ້ນ​ແມ່ນ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​, ປະ​ຕິ​ບັດ​ສຳ​ເລັດ​ຈຸດໝາຍ​ນະ​ຄອນ​ສີ​ວິ​ໄລ, ທັນ​ສະ​ໄໝ ເໝາະ​ສົມ​ກັບ​ການ​ໃສ່ຊື່​ຂອງ​ທ່ານ​ປະ​ທານ​ໂຮ່​ຈີ່​ມິນ

ຜ່ານ 5 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດໃໝ່, ນະ​ຄອນ​ໂຮ່​ຈີ່​ມິນ​ມີ 52/56 ຕາ​ແສງ​ບັນ​ລຸ​ໄດ້ 19/19 ມາດ​ຖານຊົນ​ນະ​ບົດໃໝ່​ຕາມ​ມາດ​ຖານ​ແຫ່ງ​ຊາດ. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຢູ່​ຊົນ​ນະ​ບົດ​ບັນ​ລຸ​ເກືອບ 40 ລ້ານ​ດົງ​ຕໍ່​ຄົນ​ຕໍ່​ປີ, ເພີ່ມ​ຂຶ້ນ​ສູງ​ທົບ 7 ເທົ່າເມື່ອ​ທຽບ​ໃສ່​​ກ່ອນ​​ການຜັນ​ຂະ​ຫຍາຍໂຄງ​ການ.

ຂ່າວ/ບົດ​ອື່ນ