ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກ່ຽວກັບການພັດທະນາພື້ນຖານໂຄງລ່າງ

(VOVWORLD) -ຕອນເຊົ້າວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມສະຫຼຸບການປະຕິບັດມະຕິຂອງຄະນະບໍລິຫານສູນກາງພັກ ກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ

ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກ່ຽວກັບການພັດທະນາພື້ນຖານໂຄງລ່າງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບ: VGP)

ເພື່ອແນໃສ່ນຳຫວຽດນາມ ກາຍເປັນປະເທດອຸດສາຫະກຳ ຕາມທິດທັນສະໄໝໃນປີ 2020 ໂດຍພື້ນຖານ.

        ພ້ອມກັບຄວາມຮຽກຮ້ອງຕ້ອງການພັດທະນາຢ່າງຄົບຊຸດລະບົບພື້ນຖານໂຄງລ່າງດ້ານເສດຖະກິດ, ສັງຄົມແລ້ວ, ມະຕິເລກທີ 13 ໄດ້ຮຽກຮ້ອງໃຫ້ສຸມແຫຼ່ງກຳລັງໃຫ້ 4 ຂົງເຂດຈຸດສຸມ, ໃນນັ້ນສຸມໃສ່ໃຫ້ແກ່ການພັດທະນາພື້ນຖານທາງຄົມມະນາຄົມ, ພື້ນຖານໂຄງລ່າງສະໜອງໄຟຟ້າ, ພື້ນຖານໂຄງລ່າງຊົນລະປະທານ….

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງຈິດໃຈຕ້ອງສ້າງບາດກ້າວບຸກທະລຸໃໝ່ ໃນການພັດທະນາພື້ນຖານໂຄງລ່າງ. ສະນັ້ນ, ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໜ້າທີ່ໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ຮັບເອົາຄຳເຫັນຂອງບັນດາກະຊວງ, ຂະແໜງການ, ບັນດາຄະນະ, ອົງການຈັດຕັ້ງພັກ, ສ້າງບົດລາຍງານໃຫ້ສົມບູນແບບ ແລະ ມີຄຸນນະພາບກວ່າ. ບາດກ້າວຕໍ່ໄປແມ່ນລັດຖະບານຈະລາຍງານຕໍ່ກົມການເມືອງ, ເພື່ອໃຫ້ກົມການເມືອງປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບການປະຕິບັດມະຕິເລກທີ 13 ຂອງສູນກາງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ