ກອງປະຊຸມສະຫຼຸບ 5 ປີແຫ່ງການກໍ່ສ້າງ
ຊົນຊັ້ນຊາວກະສິກອນຫວຽດນາມ
(ພາບ: chinhphu.vn)
(vovworld) - ຕອນເຊົ້າວັນທີ 03/07, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການປະຕິບັດແຜນຮ່າງ 61 ໄດ້ຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດທົ່ວປະເທດ ສະຫຼຸບ 5 ປີແຫ່ງການປະຕິບັດຂໍ້ສະຫຼຸບຂອງຄະນະເລຂາສູນກາງພັກກອມມູນິດຫວຽດນາມ ກ່ຽວກັບແຜນຮ່າງ “ຍົກສູງບົດບາດ, ໜ້າທີ່ຮັບຜິດຊອບຂອງສະມາຄົມຊາວກະສິກອນຫວຽດນາມ ໃນໄລຍະ 2010 - 2020”. ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງ, ຂະແໜງການສູນກາງ ແລະ ບັນດາແຂວງ, ນະຄອນຢືນຢັນວ່າ, ຂໍ້ສະຫຼຸບຂອງຄະນະເລຂາ ໄດ້ເຂົ້າສູ່ຊີວິດຢ່າງວ່ອງໄວ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃຫ້ຊາວກະສິກອນ; ຍົກສູງທີ່ຕັ້ງ, ບົດບາດຂອງສະມາຄົມຊາວກະສິກອນຫວຽດນາມ. ຄະນະຊີ້ນຳແຜນຮ່າງກໍກຳນົດບາງໜ້າທີ່ຕົ້ນຕໍໃຫ້ໄລຍະ 5 ປີທີ່ຈະມາເຖິງ ເພື່ອປະຕິບັດບົດສະຫຼຸບ 61 ຂອງຄະນະເລຂາຢ່າງມີປະສິດທິຜົນ. ໃນນັ້ນໄດ້ເນັ້ນໜັກເຖິງການສືບຕໍ່ປະຕິບັດບັນດາກົນໄກ, ນະໂຍບາຍທີ່ກ່ຽວຂ້ອງເຖິງກະສິກຳ, ຊາວກະສິກອນ, ຊົນນະບົດ, ການປ່ຽນໃໝ່ ແລະ ຕັ້ງໜ້າເຂົ້າຮ່ວມການສ້າງໂຄງປະກອບກະສິກຳຄືນໃໝ່… ໃຫ້ສຳເລັດ.