ກອງປະຊຸມສະຫລຸບການ ເຄື່ອນໄຫວປ້ອງກັນ, ຕ້ານໂລກເອດ, ຢາເສບຕິດ, ໂສເພນີ


ກອງປະຊຸມສະຫລຸບການ ເຄື່ອນໄຫວປ້ອງກັນ, ຕ້ານໂລກເອດ, ຢາເສບຕິດ, ໂສເພນີ - ảnh 1
ສະພາບ​ການ​ຢູ່​ກອງ​ປະຊຸມ

(ພາບ: VGP/Quang Hiếu)

(vovworld)-​ ຕອນ​​ເຊົ້າວັນ​ທີ 13/6, ທ່ານ​ຫວຸ້ດຶກ​ດາມ, ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມະການ​​ແຫ່ງ​ຊາດ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​​ໂລກ​ເອດ, ຢາ​ເສບ​ຕິດ, ​ໂສ​ເພນີ ​ໄດ້​ເປັນ​ປະທານ ກອງ​ປະຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າ​ຍອິນ​ເຕີ​ແນັດທົ່ວ​ປະ​ເທດສະຫລຸບ​ການ​ເຄື່ອນ​ໄຫວ​ໃນ 6 ​ເດືອນ​ຕົ້ນປີ​ຂອງ​ຄະນະ​ກຳມະການ​ກັບ​ທ້ອງ​ຖິ່ນ​ຕ່າ​ງໆ.

  ບົດ​ລາຍ​ງານ​ຂອງຄະນະ​ກຳມະການ​​ແຫ່ງ​ຊາດ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​​ໂລກ​ເອດ, ຢາ​ເສບ​ຕິດ, ​ໂສ​ເພນີ​ໃຫ້​ຮູ້​ວ່າ, ໃນ 6 ​ເດືອນ​ຕົ້ນປີ​ 2014, ຈຳນວນ​ຜູ້​ຕິດ​ເຊື້ອ HIV ​ໃໝ່​ໄດ້​ຫລຸດ​ລົງ 26%, ຈຳນວນ​ຜູ້​ເສຍ​ຊິວິດ​ຍ້ອນ​ໂລກ​ເອດ​ໄດ້​ຫລຸດ​ລົງ 48% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2013.

  ​ແຕ່​ເຖິງ​ແນວ​ນັ້ນກໍ່ຕາມ, ຕາມ​ກະຊວງ​ສາທາລະນະ​ສຸກຫວຍ​ດນາມ​ແລ້ວ, ອັດຕາ​ ​ ຜູ້ຕິດ​ເຊື້ອ HIV/ໂລກ​ເອດຫລຸດຜ່ອນ​​ບໍ່​ເປັນ​ປົກກະຕິ, ບາງ​ເຂດ​ພູດ​ອຍຍັງ​ຢູ່​ໃນ​ລະດັບ​ສູງ, ຄວບ​ຄຸມ​ຍາກ ​ແລະ ພວມ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ການ​ຕິດ​ເຊື້ອ HIV ​ໂລກ​ເອດ​ຢູ່​ບັນດາ​ນະຄອນ​ໃຫ່ຍຄື: ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ…​ມີ​ຫຼາຍຮູບ​ການ​ທີ່​ມີ​ໄພ​ຕິດ​ແປດ​ສູງ.

  ຍ້ອນ​ການ​ກະທົບ​ຂອງ​ສະພາບ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ໃນ​ໂລກ ​ແລະ ພາກ​ພື້ນ, ດັ່ງນັ້ນ, ຢູ່ຫວຽດນາມ, ການ​ເຄື່ອນ​ໄຫວ​ຂອງ​ອາດຊະຍາ​ກຳ​ຢາ​ເສບ​ຕິດ ​ແລະ ​ໂສ​ເພນີ​ຍັງ​ມີ​ການຜັນ​ແປ​​ໄປ​ຢ່າງ​ສັບສົນ. ​ໃນ 6 ​ເດືອນ​ຕົ້ນປີ, ​ໄດ້​ຈັບ​ຕົວ​ເປົ້າໝາຍ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ກ່ວາ 15.000 ຄົນ, ​ເກັບ heroin ​ເກືອບ 480 ກີ​ໂລກຼາມ…/.

ຂ່າວ/ບົດ​ອື່ນ