ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສືບຕໍ່ປຶກສາຫາລືກ່ຽວກັບວຽກງານຕຸລາການແລະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

(VOVWORLD) -ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບບົດລາຍງານວຽກງານຂອງປະທານສານປະຊາຊົນສູງສຸດ; ຫົວໜ້າອົງການໄອຍະການສູງສຸດ...
ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສືບຕໍ່ປຶກສາຫາລືກ່ຽວກັບວຽກງານຕຸລາການແລະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV ສືບຕໍ່ເຮັດວຽກ
(ພາບ: TTXVN)

ຕອນເຊົ້າວັນທີ 24 ຕຸລາ, ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບບົດລາຍງານວຽກງານຂອງປະທານສານປະຊາຊົນສູງສຸດ; ຫົວໜ້າອົງການໄອຍະການສູງສຸດ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ການລະເມີດກົດໝາຍ; ວຽກງານປະຕິບັດການດຳເນີນຄະດີ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2021… ນີ້ແມ່ນບັນດາເນື້ອໃນເຊິ່ງບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືແບບທາງໄກໃນວັນທີ 23 ຕຸລາ.

ປະກອບຄຳເຫັນໃສ່ຮ່າງມະຕິກ່ຽວກັບການຈັດຕັ້ງພິພາກສາແບບທາງໄກ, ບັນດາຄຳເຫັນໄດ້ເຫັນດີຕໍ່ຄວາມຈຳເປັນ ຕ້ອງຈັດການພິພາກສາແບບທາງໄກ ໃນສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ, ວິທີການຈັດການພິພາກສາແບບທາງໄກ ກໍ່ເໝາະສົມກັບທ່າອ່ຽງລວມຂອງໂລກ.

ປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ, ພັກ, ລັດຖະບານ ມີມາດຕະການຫຼາຍຢ່າງ ເພື່ອສະກັດກັ້ນຢ່າງມີປະສິດທິຜົນ, ປັບໄໝການລະເມີດໂດຍບໍ່ມີເຂດຫ້າມ, ການສໍ້ລາດບັງຫຼວງໄດ້ຄວບຄຸມເທື່ອລະກ້າວ, ປະກອບສ່ວນເຮັດໃຫ້ກົນຈັກລັດປອດໄສ. ເຖິງຢ່າງໃດກໍ່ຕາມ, ຕ້ອງປະຕິບັດຂອບຈັດຕັ້ງການປະຕິບັດຂໍ້ກຳນົດຂອງກົດໝາຍກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ເປັນຢ່າງດີກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ