ກອງປະຊຸມສາກົນກ່ຽວກັບ ຊີຣີ ຢູ່ Astana ບໍ່ບັນລຸໄດ້ຄວາມຄືບໜ້າກ່ຽວກັບການສ້າງຕັ້ງຄະນະກຳມະການລັດຖະທຳມະນູນ

(VOVWORLD) - ກອງປະຊຸມສາກົນກ່ຽວກັບ ຊີຣີ ຢູ່ນະຄອນຫລວງ Astana ຂອງ ກາຊັກສະຖານ ໄດ້ສິ້ນສຸດລົງໃນວັນທີ 29 ພະຈິກ ເຊິ່ງບໍ່ບັນລຸໄດ້ຄວາມຄືບໜ້າຈະແຈ້ງໃດໆ ກ່ຽວກັບເລື່ອງສ້າງຕັ້ງຄະນະກຳມະການລັດຖະທຳມະນູນ ຊີຣີ.

ຖະແຫຼງການພາຍຫລັງກອງປະຊຸມຂອງບັນດາປະເທດອຸປະຖຳ ລວມມີ: ລັດເຊຍ, ອີຣານ ແລະ ຕວກກີ ບໍ່ໄດ້ລະບຸຈຸດເວລາກຳນົດສ້າງຕັ້ງຄະນະກຳມະການລັດຖະທຳມະນູນ ພຽງແຕ່ຢັ້ງຢືນຄວາມຕັດສິນໃຈເພີ່ມທະວີຄວາມມານະພະຍາຍາມລວມເພື່ອແນໃສ່ເລີ່ມເຄື່ອນໄຫວຄະນະກຳມະການລັດຖະທຳມະນູນ ກັບການສະໜັບສະໜູນຂອງບັນດາຝ່າຍ ຊີຣີ ເທົ່ານັ້ນ, ທີ່ເໝາະສົມກັບບັນດາຂໍ້ຕົກລົງຂອງກອງປະຊຸມໃຫຍ່ເຈລະຈາຊົນຊາດ ຊີຣີ ຢູ່ Sochi, ສະຫະພັນ ລັດເຊຍ ແລະ ຂໍ້ຕົກລົງຍູ້ແຮງບັນດາການປຶກສາຫາລືຢູ່ທຸກຂັ້ນ ເພື່ອຍູ້ໄວເລື່ອງສ້າງຕັ້ງຄະນະກຳມະການລັດຖະທຳມະນູນ. 3 ປະເທດອຸປະຖຳວິວັດທະນາການສັນຕິພາບ Astana ເນັ້ນໜັກວ່າ ເຂດຫລຸດຜ່ອນຄວາມເຄັ່ງຕຶງຢູ່ແຂວງ Idlib ບໍ່ໄດ້ກໍ່ຜົນຮ້າຍຕໍ່ເອກະລາດ, ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ