ກອງປະຊຸມສານບັນດາແຂວງຊາຍແດນຫວຽດນາມ,ລາວແລະກຳປູເຈຍຄັ້ງທີ4

ກອງປະຊຸມສານບັນດາແຂວງຊາຍແດນຫວຽດນາມ,ລາວແລະກຳປູເຈຍຄັ້ງທີ4 - ảnh 1
ປະ​ທານ​ສານ ປະ​ຊາ​ຊົນ 3 ປະ​ເທດ
(ພາບ: congly.vn)

(vovworld) – ກອງ​ປະ​ຊຸມ​ສານ​ບັນ​ດາ​ແ​ຂວງ​ຊາຍ​ແດນ​ ຫວຽດ​ນາມ, ລາວ ​ແລະ​ ກຳ​ປູ​ເຈຍ ​ຄັ້ງ​ທີ 4 ໄດ້​​ດຳ​ເນີນ​ໃນ​ລະ​ຫວ່າງ 20 – 21/12, ຢູ່​ນະ​ຄອນ ຍາ​ຈາງ (ແຂວງ ແຄ໋ງ​ຮ່​ວາ), ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 120 ທ່ານ​ເຊິ່ງ​ເປັນ​ປະ​ທານ​ສານ, ຮອງ​ປະ​ທານ​ສານ, ຜູ້​ພິ​ພາກ​ສາ ແລະ ບັນ​ດາ​ພະ​ນັກ​ງານ​ສານ​ຂອງ 3 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​​ວາ​ລະໄຂ​ກອງ​ປະ​ຊຸມ, ທ່ານ ຫງວຽນ​ຮ່​ວາ​ບີ່ງ, ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ຫ​ວຽດ​ນາມ ໄດ​້​ເນັ້ນ​ໜັກ​ວ່າ: ໃນ​ສະ​ພາບ​ການ​ໂລ​ກາ​ພິ​ວັດ ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂ​ວາງ, ສະ​ພາບ​ການ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ບັນ​ດາ​ການ​​ຂັດ​ແຍ້ງ​​ກັນດ້ານ​ການ​ຄ້າ ແລະ ບັນ​ດາ​ບັນ​ຫາ​​ພົນ​ລະ​ເມືອງ​ອື່​ນ ຈະ​ເພີ່ມ​ຂຶ້ນ​​ດ້ານ​ຈຳ​ນວນ ແລະ ​ມີ​ລັກ​ສະ​ນະສັບ​ສົນ​. ດັ່ງ​ນັ້ນ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຂອງ​ສານ 3 ປະ​ເທດ​ເພື່ອ​ແກ້​ໄຂ​ບັນ​ດາ​​ການ​ຂັດ​ແຍ້ງ​ກັນ​ຂ້າມ​ຊາດ​ໃນ​ຂົງ​ເຂດ​​ພົນ​ລະ​ເມືອງຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ແລະ ​ສົມ​ທົບ​ກັນ​ປ້ອງ​ກັນ, ຕ້ານອ​າດ​ຊະ​ຍາ​ກຳ​ແມ່ນ​​ຄວາມ​ຕ້ອງ​ການ​ທີ່​ຂາດບໍ່​ໄດ້.

        ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື 3 ຫົ​ວ​ຂໍ້​ຕົ້ນ​ຕໍຄື: ​ສະ​ຫລຸບ, ຕີ​ລາ​ຄາ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​​ແຈ້ງ​ການ​ຮ່ວມ​ແຕ່ກອງ​ປະ​ຊຸມ​ຄັ້ງ​ທີ 3 (ປີ 2014) ມາ​ຮອດ​ປະ​ຈຸ​ບັນ, ສ້າງ​ກົນ​ໄກຮ່​ວມ​ມືຫຼາຍຝ່າຍ ແລະ 2 ຝ່າຍໃນ​ໄລ​ຍະ​ຈະ​ມາ​ເຖິງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມມື, ແບ່ງ​ປັນ​ບົດ​ຮຽນ​ໃນ​ວຽກ​ງານ​ພິ​ພາກ​ສາ​ບັນ​ດາ​ຄະ​ດີ​ອາ​ຍາ, ພິ​ເສດ​ແມ່ນ​ວຽກ​ງານ​ພິ​ພາກ​ສາ​ບັນ​ດາ​ຄະ​ດີ​​ຄ້າ​ຂາຍ​ຢາ​ເສບ​ຕິດ, ຄ້າ​ຂາຍ​ສັດ​ປ່າ, ຄ້າ​ຂາຍ​ມະ​ນຸດ…, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ໃນ​ວຽກ​ງານ​ພິ​ພາກ​ສາ​ບັນ​ດາ​ຄະ​ດີ​ພົນ​ລະ​ເມືອງເວົ້າ​ລວມ ແລະ ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ການ​ສົມ​ລົດ, ຄອບ​ຄົວ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ