ກອງປະຊຸມສໍາມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ”

(VOVWORLD) -       ກອງປະຊຸມສໍາມະນາວິທະຍາສາດແຫ່ງຊາດ “50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ” ຖືກຈັດຂຶ້ນໃນຕອນເຊົ້າວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ.
ກອງປະຊຸມສໍາມະນາວິທະຍາສາດແຫ່ງຊາດດ້ວຍຫົວຂໍ້ “50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ” - ảnh 1 ກອງປະຊຸມສໍາມະນາແມ່ນໂອກາດເພື່ອໂຄສະນາເຜີຍແຜ່ ແລະ ສົ່ງເສີມບັນດາພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະຮໍ່າຮຽນ ແລະ ປະຕິບັດບັນດາຄໍາສັ່ງສອນຂອງເພິ່ນໃຫ້ເປັນຢ່າງດີ.

ກອງປະຊຸມສໍາມະນາວິທະຍາສາດແຫ່ງຊາດ “50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ” ຖືກຈັດຂຶ້ນໃນຕອນເຊົ້າວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຄະນະໂຄສະນາສຶກສາສູນກາງ ແລະ ຫ້ອງວ່າການປະທານປະເທດ ຈັດຕັ້ງ. ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນ ພ້ອມກັບບັນດານັກວິທະຍາສາດໄດ້ເຮັດແຈ້ງເນື້ອໃນກ່ຽວກັບບັນດາຄຸນຄ່າທາງດ້ານທິດສະດີ, ພຶດຕິກໍາຕົວຈິງ ແລະ ໝາກຜົນຂອງການປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນໃນທົ່ວພັກ, ທົ່ວປວງຊົນໃນໄລຍະ 50 ປີ ຜ່ານມາ. ບົນພື້ນຖານນັ້ນ, ສືບຕໍ່ຢັ້ງຢືນຄຸນຄ່າຂອງຄໍາພິໄນກໍາ ແລະ ຖອດຖອນບັນດາບົດຮຽນ, ມາດຕະການ ເພື່ອແນໃສ່ຍູ້ແຮງພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນສະພາບການປັດຈຸບັນ.

        ກອງປະຊຸມສໍາມະນາດັ່ງກ່າວ ກໍແມ່ນໂອກາດເພື່ອໂຄສະນາເຜີຍແຜ່ ແລະ ສົ່ງເສີມບັນດາພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະຮໍ່າຮຽນ ແລະ ປະຕິບັດບັນດາຄໍາສັ່ງສອນຂອງເພິ່ນໃຫ້ເປັນຢ່າງດີ, ອອກເຫື່ອເທແຮງປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄສ.

ຕອບກັບ

ຂ່າວ/ບົດ​ອື່ນ