(vovworld) - ກອງປະຊຸມສຳມະນາ “ກຳນົດເຄື່ອງໝາຍການທ່ອງທ່ຽວ ຫວຽດນາມ” ໂດຍກົມໃຫຍ່ທ່ອງທ່ຽວ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 22/8 ຢູ່ ຮ່າໂນ້ຍ. ກອງປະຊຸມສຳມະນາເພື່ອແນໃສ່ປະກອບສ່ວນຜັນຂະຫຍາຍຍຸດທະສາດພັດທະນາການທ່ອງທ່ຽວ ຫວຽດນາມ ຮອດປີ 2020, ວິໄສທັດຮອດປີ 2030, ຜັນຂະຫຍາຍແຜນການປະຕິບັດ “ຍຸດທະສາດ marketing ຂອງການທ່ອງທ່ຽວ ຫວຽດນາມ” ກໍ່ຄືໜູນຊ່ວຍການເຄື່ອນໄຫວສົ່ງເສີມການໂຄສະນາເຜີຍແຜ່ການທ່ອງທ່ຽວ ຫວຽດນາມ ເວົ້າລວມ, ບັນດາທ້ອງຖີ່ນ ແລະ ວິສາຫະກິດທ່ອງທ່ຽວເວົ້າສະເພາະ.
ຕາມການຕີລາຄາທີ່ກອງປະຊຸມສຳມະນາ, ໃນຊຸມປີມໍ່ໆມານີ້, ຫວຽດນາມ ກາຍເປັນ 1 ໃນບັນດາປະເທດມີລະດັບພັດທະນາການທ່ອງທ່ຽວສູງສຸດຢູ່ພາກພື້ນອາຊີ - ປາຊີຟິກ. ແຕ່ເຖິງຢ່າງໃດກໍ່ຕາມ, ຂະແໜງທ່ອງທ່ຽວ ຫວຽດນາມ ຍັງຊ້ອນແຝງໄພພັດທະນາບໍ່ຍືນຍົງ. ທ່ານ ຫວູເທ໋ບິ່ນ, ປະທານສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:
“ການສ້າງເຄື່ອງໝາຍແມ່ນວຽກງານຈຳເປັນທີ່ສຸດໃນໄລຍະປະຈຸບັນ. ພວກເຮົາຈະພະຍາຍາມສ້າງບັນດາເຄື່ອງໝາຍຕົ້ນຕໍ່, ເປັນເອກະລັກສະເພາະຍິ່ງໄວກໍ່ຍິ່ງດີ, ເພື່ອໃຊ້ເປັນອຸປະກອນສົ່ງເສີມ, ໂຄສະນາ ດຶງດູດແຂກທ່ອງທ່ຽວເຂົ້າ ຫວຽດນາມ. ຍາມໃດເຄື່ອງໝາຍກໍ່ຕ້ອງຮັບການເຊີດຊູ, ປ່ຽນໃໝ່ເພື່ອຮັບປະກັນສ້າງຄວາມດຶງດູດຢ່າງຕໍ່ເນື່ອງ ຈຶ່ງສາມາດດຶງດູດແຂກທ່ອງທ່ຽວໄດ້. ”