ກອງປະຊຸມສຳມະນາ ກ່ຽວກັບທະເລຕາ ເວັນອອກຢູ່ອົດສະຕາລີ
(ພາບ: Hồng Vân/TTXVN)
(vovworld)- ວັນທີ 30/11, ຢູ່ມະຫາວິທະຍາໄລ New South Wales ປະເທດອົດສະຕາລີ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ຊື່ງໄດ້ດຶງດູດຄວາມສົນໃຈຈາກຜູ້ຊ່ຽວຊານ, ເພື່ອນມິດສາກົນ, ຊາວຫວຽດນາມ ແລະ ນັກຮຽນນັກສຶກສາຫວຽດນາມ ພວມດຳລົງຊີດວິດ, ຮ່ຳຮຽນຢູ່ອົດສະຕາລີ ເປັນຈຳນວນຫຼວງຫຼາຍ. ກອງປະຊຸມສຳມະນາໄດ້ຮັບຟັງ ທ່ານ ດຣ ປະຫວັດສາດຫງວຽນຫຍ໋າ (Nguyễn Nhã) ສະເໜີບັນດາພະຍານຫຼັກຖານຢັ້ງຢືນປະຊາທິປະໄຕຂອງຫວຽດນາມ ທີ່ມີຕໍ່ເຂດໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ຕາມນັ້ນແລ້ວ, ເນັ້ນໜັກວ່າ: ສິດທີ່ບໍ່ອາດໂຕ້ຖຽງນີ້ໄດ້ລະບຸໄວ້ໃນປຶ້ມປະຫວັດສາດ, ປຶ້ມພູມສາດ, ເອກະສານຈາກສູນກາງຮອດທ້ອງຖິ່ນແຕ່ສັດຕະວັດທີ 19, ໃນເອກະສານຂອງຝ່າຍຕາເວັນຕົກໃນສັດຕະວັດທີ 19. ສາດສະດາຈານ Carlyle A.Thayer ຂອງມະຫາວິທະຍາໄລ New South Wales ກໍ່ໄດ້ສະເໜີພື້ນຖານດ້ານກົດໝາຍ ແລະ ນະໂຍບາຍທີ່ແທດຈິງ ໃນການແກ້ໄຂການພິພາດຢູ່ທະເລຕາເວັນອອກ. ສາດສະດາຈານ Carlyle A.Thayer ເນັ້ນໜັກເຖິງຄວາມໝາຍດ້ານພູມສາດຍຸດທະສາດຂອງເຂດໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ບົດບາດຂອງສົນທິສັນຍາສາກົນກ່ຽວກັບກົດໝາຍທະເລປີ 1982 ກໍ່ຄືບັນດາບາດກ້າວເດີນຂອງອາຊຽນ ແລະ ຈີນ ໃນການແກ້ໄຂບັນຫາທະເລຕາເວັນອອກ.