ກອງປະຊຸມສຳມະນາ ທິດສະດີ, ວິຈານ ວັນະຄະດີ, ສິລະປະ ທົ່ວປະເທດ


ກອງປະຊຸມສຳມະນາ ທິດສະດີ, ວິຈານ ວັນະຄະດີ, ສິລະປະ ທົ່ວປະເທດ - ảnh 1 

(ພາບປະກອບ: sggp.org.vn)

 (vovworld)-  ທີ່ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ທົ່ວ​ປະ​ເທດ​ດ້ວຍ​ຫົວ​ເລື່ອງ ““ສູ້​ຊົນ​ປະດິດ​​ແຕ່ງ​ບັນດາ​ບົດ​ປະພັນ​ວັນນະ​ຄະດີ, ສິລະ​ປະມີ​ຄຸນຄ່າ​ດ້ານ​ແນວ​ຄິດ​ສູງ: ສະພາບ​ຕົວ​ຈິງ ​ແລະ ມາດ​ຕະການ“ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 27/11 ຢູ່​ນະຄອນ​ໂຮ່ຈິ​ມິນ, ບັນດາ​ຜູ້​ແທນ​ໄດ້​ວິ​ເຄາະ​ບັນດາ​ສາຍ​ເຫດ​ຂອງ​ສະພາບ​ຕົວ​ຈິງ​ປະດິ​ດແຕ່ງ​ວັນນະຄະດີ ​ແລະ ສິລະ​ປະ​ປະ​ເພດ​ຕ່າງໆ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ຮອງ​ສາດສະດາຈານ, ດຣ ຫງວຽນ​ຮົ່ງວິ​ງ, ປະທານ​ສະພາທິດ​ສະ​ດີ, ວິຈານ​ວັນະ​ຄະດີ, ສິລະ​ປະສູນ​ກາງ ຢືນຢັນ​ວ່າ:

   “ບັນດາ​ເນື້ອ​ໃນ​ປຶກສາ​ຫາລື​ມື້​ນີ້​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເປັນ​ເອກະ​ພາບ​ໃນ​ຄວາມ​ຮັບ​ຮູ້​ທິດ​ສະ​ດີ ກໍ່​ຄື​ຕີ​ລາຄາ​ສະພາບ​ປະດິດ​ແຕ່ງ​ວັນນະຄະດີ, ສິລະ​ປະ​ໃນ​ປະຈຸ​ບັນ​ຢ່າງຖືກຕ້ອງ. ບົນ​ພື້ນຖານ​ນັ້ນຍົກ​ອອກ​ບັນດາ​ມາດ​ຕະການ​ອັນ​ແທດ​ຈິງ ປະກອບ ສ່ວນ​ລະດົມ​ກຳລັງ​ໃຈ, ສົ່ງ​ເສີມ, ສ້າງ​ທ່ວງທ່າ​ຊຸກຍູ້​ວິວັດ​ການ​ປະດິດ​ແຕ່ງ​ວັນນະ ຄະດີ​ສິລະປະ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ບັນດາ​ບົດ​ປະພັນ​ທີ່​ມີ​ຄຸນຄ່າ​ສູງ​ດ້ານ​ເນື້ອ​ໃນ​ແນວ​ຄິດ ​ແລະ ຄຸນຄ່າ​ສິລະ​ປະ“.

ຂ່າວ/ບົດ​ອື່ນ