ກອງປະຊຸມສຳມະນາ ວິທະຍາສາດ “ເສດຖະກິດຍີ່ປຸ່ນ ແລະ ອາຊີ“
(ພາບ:baotintuc.vn)
(vovworld)- ເນື່ອງໃນໄອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຫວຽດນາມ-ຍີ່ປຸ່ນ, ວັນທີ 12/3, ຢູ່ຮ່າໂນ້ຍ, ສູນເສດຖະກິດອາຊີ-ປາຊີຟິກ (VAPEC) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ “ເສດຖະກິດຍີ່ປຸ່ນ ແລະ ອາຊີ“ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດານັກຄົ້ນຄ້ວາ, ນັກທຸລະກິດຂອງຫວຽດນາມ ສາມາດສຳພັດ, ພົບປະແລກປ່ຽນ, ຄົ້ນຄ້ວາບັນດາຈຸດພິເສດສະເພາະ ແລະ ບົດຮຽນພັດທະນາເສດຖະກິດຂອງຍີ່ປຸ່ນ ກໍ່ຄືປະເທດອາຊີຈຳນວນໜຶ່ງ, ປະກອບສ່ວນເຂົ້າໃນການສ້າງຍຸດທະສາດ, ນະໂຍບາຍປະຕິບັດແຜນນະໂຍບາຍຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດໂລກຂອງຫວຽດນາມ. ທີ່ກອງປະຊຸມສຳມະນາ, ສາດສະດາຈານ Harada Yutaka ມະຫາວິທະຍາໄລ Waesa –Tokyo ໄດ້ສະເໜີການຄົ້ນຄ້ວາວິທະຍາສາດກ່ຽວກັບ “ອະນາຄົດຂອງພື້ນຖານເສດຖະກິດຍີ່ປຸ່ນ“. ທ່ານສາດສະດາຈານເຈີ່ນວັນທໍ້, ມະຫາວິທະຍາໄລ Waesa –Tokyo ໄດ້ສະເໜີກ່ຽວກັບບັນຫາ “ຍີ່ປຸ່ນ ແລະ ກະແສອຸດສາຫະກຳຢູ່ອາຊີ“ ແລະ ຖືວ່າ ຫວຽດນາມ ຄວນກຳບັນດາກາລະໂອກາດໃໝ່ຈາກຍີ່ປຸ່ນ, ເພີ່ມຄວາມສາມາດແກ້ງແຍ້ງຂອງບັນດາຂະແໜງອຸດສາຫະກຳຢ່າງວ່ອງໄວ ກ່ອນທີ່ບັນດາສັນຍາການຄ້າເສລີ ໄດ້ຮັບການປະຕິບັດ.