ກອງປະຊຸມສຳມະນາ ຫວຽດນາມ - ອາເມລິກາ ກ່ຽວກັບການຮ່ວມມືຊຸກຍູ້ການຄົ້ນຄ້ວາປະດິດສ້າງ
ພາບປະກອບ
(vovworld) – ວັນທີ 23/9, ກອງປະຊຸມສຳມະນາ ຫວຽດນາມ - ອາເມລິກາ ກ່ຽວກັບການຮ່ວມມືຊຸກຍູ້ການຄົ້ນຄ້ວາປະດິດສ້າງ ໄດ້ຈັດຕັ້ງຢູ່ມະຫາວິທະຍາໄລ George Mason ຂຶ້ນກັບລັດ Virginia, ແຫ່ງສະຫະລັດ ອາເມລິກາ ດ້ວຍການເຂົ້າຮ່ວມຂອງນັກວິທະຍາສາດ ແລະ ນັກຄຸ້ມຄອງ 2 ປະເທດເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນໂດຍຕາງໜ້າໃຫ້ລັດຖະບານ 2 ປະເທດ, ທ່ານ ຣດ Jonathan Margolis, ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ກ່ຽວກັບດ້ານວິທະຍາສາດ, ສິງແວດລ້ອມ ແລະ ສຸຂະພາບ ແລະ ດຣ ມາຍຮ່າ, ຫົວໜ້າກົມຮ່ວມມືສາກົນ ສັງກັດກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ຕີລາຄາສູງຄວາມສຳຄັນຂອງການພົວພັນຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ, ເນັ້ນໜັກນີ້ແມ່ນພາກສ່ວນສຳຄັນໃນການພົວພັນຮ່ວມມື 2 ຝ່າຍຮອບດ້ານ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຂົ້າຮ່ວມພ້ອມກັບປະຊາຄົມຄົ້ນຄ້ວາວິທະຍາສາດເປັນຈຳນວນຫຼວງຫຼາຍ, ບັນດາວິສາຫະກິດ ອາເມລິກາ ກໍ່ຄືຊາວ ຫວຽດນາມ ອາໄສຢູ່ອາເມລິກາ ໄດ້ພ້ອມກັນແລກປ່ຽນບົດຮຽນ, ແບ່ງປັນຂໍ້ມູນຂ່າວເພື່ອເພີ່ມທະວີລັກສະນະມີປະສິດທິຜົນຂອງຮູບແບບການຮ່ວມມືພາກລັດໃນຂົງເຂດຄົ້ນຄ້ວາປະດິດສ້າງ.